ຕາມນັ້ນແລ້ວ, ສອງຝ່າຍຈະຮ່ວມມືຜັນຂະຫຍາຍເຄືອຂ່າຍ 5 ຈີ, ສະຖານທີ່ທົດລອງແມ່ນຢູ່ນະຄອນຫຼວງພະນົມເປັນ ແລະຫຼັງຈາກນັ້ນຈະເປີດກວ້າງເຖິງບັນດາແຂວງ, ນະຄອນຕ່າງໆໃນທົ່ວປະເທດ. ພາຍຫຼັງເມື່ອ Viettel ປະຕິບັດການໂທທໍາອິດຢູ່ຫວຽດນາມ ໃນເດືອນພຶດສະພາ 2019, Viettel ສືບຕໍ່ນໍາເຄືອຂ່າຍ 5 ຈີ ເຖິງກໍາປູເຈຍ.

ການຮ່ວມມືລະຫວ່າງ  Viettel Cambodia ແລະ Telecom Cambodia ຊ່ວຍໃຫ້ສອງຝ່າຍເສີມຂະຫຍາຍໄດ້ທ່າແຮງຂອງແຕ່ລະຝ່າຍ, Metfone ແມ່ນບໍລິສັດແຖວໜ້າດ້ານໂທລະຄົມມະນາຄົມ-ເຕັກໂນໂລຢີຂໍ້ມູນຂ່າວສານ ແລະໄດ້ອອກໃບອະນຸຍາດໃຫ້ທົດລອງເຄືອຂ່າຍ 5 ຈີ ຢູ່ກໍາປູເຈຍ.

leftcenterrightdel
ພິທີລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືຜັນຂະຫຍາຍການທົດລອງເຄືອຂ່າຍ 5 ຈີ ຢູ່ກໍາປູເຈຍ. ພາບ: ແທັງຮ່າ.

ທີ່ພິທີລົງນາມ, ທ່ານ Tram Iv Tek ລັດຖະມົນຕີກະຊວງໄປສະນີ-ໂທລະຄົມມະນາຄົມກໍາປູເຈຍ ໃຫ້ຂໍ້ສັງເກດວ່າ: “ການເຂົ້າຮ່ວມຂອງ Metfone ທີ່ພິທີລົງນາມໃນມື້ນີ້, ແມ່ນປະຖົມປັດໄຈໃຫ້ບັນດາບາດກ້າວຕໍ່ໄປຂອງກະຊວງໄປສະນີ-ໂທລະຄົມມະນາຄົມກໍາປູເຈຍ ໃນເລື່ອງຊຸກຍູ້ ແລະພັດທະນາເຄືອຂ່າຍໂທລະຄົມມະນາຄົມ 5 ຈີ ຕາມທິດລັດຖະບານເອເລັກໂຕນິກ ແລະພື້ນຖານເສດຖະກິດຕະຫຼາດໃນໄລຍະຈະມາເຖິງ.

leftcenterrightdel
ລູກຄ້າລົງທະບຽນນຳໃຊ້ບໍລິການໂທລະຄົມມະນາຄົມຂອງ Metfone. ພາບ: ແທັງຮ່າ.

ປີ 2018, ໂດຍນອນໃນຍຸດທະສາດພັດທະນາລະບົບຊີວະພາບຂອງ Viettel, Metfone ກາຍເປັນບໍລິສັດໂທລະຄົມມະນາຄົມທໍາອິດຢູ່ກໍາປູເຈຍ ສະໜອງບໍລິການ 4,5G LTE. ຄຽງຂ້າງນັ້ນ, Metfone ກໍ່ແມ່ນບໍລິສັດໂທລະຄົມມະນາຄົມທໍາອິດສະໜອງ eSIM ແລະແມ່ນຄູ່ຮ່ວມມືຍຸດທະສາດຮ່ວມມືກັບກະຊວງໄປສະນີ-ໂທລະຄົມມະນາຄົມກໍາປູເຈຍ ເພື່ອຜັນຂະຫຍາຍໂຄງການລັດຖະບານເອເລັກໂຕນິກສໍາເລັດຜົນ.

ໂດຍ: ທະນາພອນ