ກ່າວຄໍາເຫັນໄຂການເຮັດວຽກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າການເຮັດວຽກຄັ້ງນີ້ມີຄວາມສໍາຄັນທີ່ສຸດເພື່ອໃຫ້ບັນດາສະມາຊິກຂອງອະນຸກໍາມະການເສດຖະກິດ-ສັງຄົມ ຮັບຟັງຄໍາເຫັນຕົວຈິງຈາກວິວັດການພັດທະນາຂອງບັນດາທ້ອງຖິ່ນໃນການປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມຂອງຍຸດທະສາດໄລຍະ 10 ປີ ຄືແຕ່ປີ 2011 – 2020, ແຜນການໄລຍະ 5 ປີ 2016 – 2020; ປະກອບແນວຄວາມຄິດ, ການກໍານົດທິດພັດທະນາທີ່ໃກ້ຊິດຕິດແທດກັບຕົວຈິງ ໃສ່ເອກະສານສະບັບຕ່າງໆ ເຊິ່ງອະນຸກໍາມະການຕ້ອງໄດ້ສ້າງແຜນການ, ເຊິ່ງລວມມີແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025 ແລະຍຸດທະສາດພັດທະນາເສດຖະກິດສັງຄົມໄລຍະ 10 ປີ 2021 – 2030. ພ້ອມກັນນັ້ນແມ່ນຕ້ອງມີວິໄສທັດໄລຍະຍາວຮອດທ້າຍປີ 2045 ອີກດ້ວຍ. 

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເປັນປະທານການເຮັດວຽກຂອງອະນຸກໍາມະການກັບ 10 ທ້ອງຖິ່ນເຂດພາກກາງ-ໄຕງວຽນ. ພາບ: chinhphu.vn.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນຕ້ອງເອົາໃຈໃສ່ເຖິງການສືບທອດ ແລະເສີມຂະຫຍາຍຜົນງານຂອງ 30 ປີ ແຫ່ງການປ່ຽນແປງໃໝ່ປະເທດຊາດ. ຕາມນັ້ນແລ້ວ, ທ່ານຊີ້ນໍາໃຫ້ບັນດາທ້ອງຖິ່ນຈົ່ງຍົກອອກບັນດາຂໍ້ຕິດຂັດ, ຮົ້ວກີດຂວາງໃນການພັດທະນາຢ່າງກົງໄປກົງມາ; ບັນດາມາດຕະການ, ຮູບແບບພັດທະນາ, ວິທີໝູນໃຊ້ຢ່າງມີຫົວຄິດປະດິດສ້າງເພື່ອຊ່ວຍໃຫ້ທ້ອງຖິ່ນ, ເຂດ, ພາກ ແລະປະເທດຊາດພັດທະນາຢ່າງໄວວາ ແລະຍືນຍົງໃນໄລຍະຈະມາເຖິງ.

ແຫຼ່ງຄັດຈາກ: vovworld.vn