ກ່າວຄໍາເຫັນທີ່ພິທີໄຂ, ທ່ານນາງ ດັ້ງທິງອັກທີ້ງ ຕີລາຄາສູງບັນດາການປະກອບສ່ວນຂອງກອງປະຊຸມສຸດຍອດແມ່ຍິງທ່ົວໂລກ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະຍົກສູງບົດບາດຂອງແມ່ຍິງທັງຢູ່ໃນປະເທດ ແລະສາກົນ. ທ່ານນາງ ດັ້ງທິງອັກທີ້ງ ລາຍງານບັນດາຜົນງານຂອງແມ່ຍິງຫວຽດນາມໃນຂົງເຂດຕ່າງໆ. 

ທ່ານນາງ ດັ້ງທິງອັກທີ້ງ ຮຽກຮ້ອງການຮ່ວມມືລະຫວ່າງບັນດາປະເທດ, ອົງການຈັດຕັ້ງ ແລະວິສາຫະກິດຕ່າງໆໃນການສ້າງກອບນິຕິກໍາຮັບປະກັນຄວາມສະເໝີພາບກ່ຽວກັບກາລະໂອກາດໃຫ້ແກ່ແມ່ຍິງ ແລະໜູນຊ່ວຍແມ່ຍິງປັບຕົວໃຫ້ເໝາະສົມກັບສັງກາດດີຈີຕອນໃຫ້ດີກວ່າ.

leftcenterrightdel
ທ່ານນາງ ດັ້ງທິງອັກທີ້ງ, ຮອງປະທານປະເທດຫວຽດນາມ  ກ່າວຄໍາເຫັນທີ່ພິທີໄຂ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ ດັ້ງທິງອັກທີ້ງ ຮຽກຮ້ອງໃຫ້ແມ່ຍິງຈົ່ງມານະພະຍາຍາມເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ກໍາແໜ້ນເຕັກໂນໂລຢີ, ເປັນເຈົ້າການຮໍ່າຮຽນເພື່ອສາມາດຕອບສະໜອງໄດ້ບັນດາຄວາມຮຽກຮ້ອງຕ້ອງການຂອງວຽກງານດ້ວຍຄຸນນະພາບສູງ ແລະການຫັນປ່ຽນແຮງງານໃນສະໄໝດີຈີຕອນ. 

ທ່ານນາງ ດັ້ງທິງອັກທີ້ງ ຢ້ັງຢືນວ່າ ບັນດາຄວາມມານະພະຍາຍາມຂອງຫວຽດນາມໃນຂົງເຂດນີ້, ໃນນັ້ນມີແຜນນະໂຍບາຍຕ່າງໆ ສ້າງເງື່ອນໄຂສະດວກໃຫ້ແກ່ແມ່ຍິງໃນການດໍາເນີນທຸລະກິດ, ສົ່ງເສີມແມ່ຍິງເຂົ້າຮ່ວມບັນດາຂົງເຂດວິທະຍາສາດ, ເຕັກໂນໂລຢີ, ເຕັກນິກ, ກະສິກໍາຄຸນນະພາບສູງ...

ໂດຍ: ທູຈາງ