ຜ່ານການຊອກຮູ້, ປັດຈຸບັນ, ແອັບພຼີເຄຊັນນີ້ມີບັນດາຄຸນນະສົມບັດ ຄື: ສັ່ງລົດຈັກ, ລົດໂອໂຕ, ບໍລິການມອບສົ່ງສິນຄ້າ ແລະບໍລິການຂົນສ່ົງສິນຄ້າດ້ວຍລົດບັນທຸກ.

ຕາມຜູ້ຕາງໜ້າຂອງ ViettelPost ໃຫ້ຮູ້ວ່າ, ແອັບພຼີເຄຊັນສັ່ງລົດ MyGo ຂອງວິສາຫະກິດນີ້ຈະສະເໜີຕົວໃນວັນທີ 1 ກໍລະກົດ 2019 ຢ່າງເປັນທາງການ, ກົງກັບໂອກາດສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດໃຫຍ່ຄົບຮອບ 22 ປີ. ໃນວັນທີ 1 ກໍລະກົດ, ການບໍລິການສັ່ງລົດຜ່ານແອັບພຼີເຄຊັນຂອງ ViettelPost ໄດ້ຜັນຂະຫຍາຍ, ສະໜອງຢູ່ 63 ແຂວງ, ນະຄອນໃນທົ່ວປະເທດ.

leftcenterrightdel
ແອັບພຼີເຄຊັນ MyGo ເຄື່ອນໄຫວໃນລະບົບບໍລິຫານ Android ແລະ iOS. ພາບ: ວັນຟອງ.

ໂດຍສະເພາະ, ບັນດາແອັບພຼີເຄຊັນ MyGo ແລະ MyGo Driver ໂດຍບັນດາພະນັກງານຂອງ ViettelPost ພັດທະນາ. ຂໍ້ມູນດັ່ງກ່າວອີກເທື່ອໜຶ່ງພິສູດໃຫ້ເຫັນການກໍານົດທິດຫັນປ່ຽນເປັນບໍລິສັດເຕັກໂນໂລຢີໄປສະນີ.

ຫວ່າງມໍ່ໆມານີ້, ແອັບພຼີເຄຊັນຂອງ ViettelPost ໄດ້ຮັບລາງວັນທີ 1 “ເຕັກໂນໂລຢີບຸກທະລຸ” ທີ່ພິທີມອບລາງວັນ Stevia ອາຊີ-ປາຊີຟິກ ປີ 2019 ເຊິ່ງໄດ້ຈັດຕັ້ງຢູ່ ສິງກະໂປ. ພິເສດ, ລະດັບການເຕີບໂຕລາຍຮັບສະເລ່ຍຈາກແອັບພຼີເຄຊັນຂອງ ViettelPost ໃນໄລຍະແຕ່ເດືອນ ກໍລະກົດ 2018 ຮອດເດືອນ ມັງກອນ 2019 ແມ່ນທົບ 7 ເທົ່າ ແລະລາຍຮັບຈາກແອັບພຼີເຄຊັນສະເລ່ຍບັນລຸເກືອບ 168 ຕື້ດົ່ງ/ເດືອນ.

ໂດຍ: ທູຈາງ