ຄວາມສຳເລັດທີ່ມະຫັດສະຈັນໃນການຫັນການບໍລິການໂທລະຄົມມະນາຄົມເປັນທຳມະດາສາມັນ

ໃນຊຸມປີທ້າຍທົດສະວັດທີ 90 ຂອງສະຕະວັດທີ 20, ການນໍາໃຊ້ໂທລະສັບມືຖືຢູ່ຫວຽດນາມແມ່ນບໍ່ຫຼາຍ. ສິ່ງນີ້ພຽງແຕ່ຄ່ອຍໆມີການປ່ຽນແປງເມື່ອກະຊວງໄປສະນີໂທລະຄົມມະນາຄົມ ອອກໃບອະນຸຍາດໃຫ້ Viettel ຜັນຂະຫຍາຍທຸກປະເພດການດໍາເນີນທຸລະກິດການບໍລິການກ່ຽວກັບໄປສະນີໂທລະຄົມມະນາຄົມໃນປີ 1998 ຢ່າງຄົບຖ້ວນ. ຜົນສໍາເລັດຂອງ Viettel ໃນເວລານັ້ນຫາກໍ່ຢຸດຢູ່ການປະຕິບັດສໍາເລັດເສັ້ນຫຼັກສາຍກາບໃຍແສງ 1A ດ້ວຍເຕັກໂນໂລຢີຮັບ ແລະສົ່ງສັນຍານຢູ່ເທິງສາຍກາບໃຍແສງດຽວໂດຍ Viettel ປະຕິບັດ.

ໃນປີ 2000, Viettel ເປີດຕົວເລກລະຫັດ 178 ຢູ່ພື້ນຖານການບໍລິການ VoIP, ໄດ້ສ້າງຂີດໝາຍບາດກ້າວຫັນປ່ຽນຕົນເອງຂອງຂະແໜງໂທລະຄົມມະນາຄົມຫວຽດນາມ. ໃນວັນທີ 15 ຕຸລາ 2004, Viettel ໄດ້ເປີດສະຫຼອງເຄືອຂ່າຍໂທລະສັບມືຖືດ້ວຍເລກລະຫັດ 098. ການກຳເນີດຂອງ Viettel Mobile ພ້ອມກັບລາຄາຖືກໄດ້ໄຂສັງກາດໃໝ່ໃຫ້ແຂະແໜງການຂໍ້ມູນຂ່າວສານໂທລະສັບມືຖືຢູ່ ຫວຽດນາມ.

leftcenterrightdel
Viettel ແມ່ນວິສາຫະກິດໂທລະຄົມມະນາຄົມແຫ່ງທໍາອິດທີ່ຜັນຂະຫຍາຍການທົດລອງເຄືອຂ່າຍ 5G ຢູ່ ຫວຽດນາມ. ພາບ: qdnd.vn.

ແຕ່ອັນດັບທີ 1 ຢູ່ ຫວຽດນາມ ຫາ top 15 ໃນໂລກ

ປີ 2006, Viettel ເລີ່ມຕົ້ນຄິດເຖິງການລົງທຶນອອກສູ່ຕ່າງປະເທດ. ຄະນະໂຄງການລົງທຶນຕ່າງປະເທດໄດ້ຮັບການສ້າງຕັ້ງຂຶ້ນ, ດ້ວຍເປົ້າໝາຍເບື້ອງຕົ້ນແມ່ນໄດ້ເປີດສະຫຼອງຢູ່ສອງປະເທດກໍາປູເຈຍ ແລະລາວ. ປີ 2009, Metfone ຢູ່ ກໍາປູເຈຍ ເຂົ້າຮ່ວມເຄືອຂ່າຍໂທລະຄົມມະນາຄົມຢ່າງເປັນທາງການ, ໃນເວລາດຽວກັນ, Viettel ຢູ່ຫວຽດນາມ ກໍ່ກາຍເປັນວິສາຫະກິດໂທລະຄົມມະນາຄົມອັນດັບທີ 1 ກ່ຽວກັບການຈອງເບີໂທລະສັບ ແລະກໍາໄລ. ເປັນຄັ້ງທໍາອິດທີ່ວິສາຫະກິດໂທລະຄົມມະນາຄົມຫວຽດນາມ ມີເຄືອຂ່າຍສະເພາະຂອງຕົນຢູ່ຕະຫຼາດສາກົນ.

ໃນໄລຍະແຕ່ປີ 2009 ຮອດປີ 2018, Viettel ເປີດກວ້າງຕະຫຼາດສາກົນດ້ວຍການຜັນຂະຫຍາຍການເຄື່ອນໄຫວແຕ່ອາຊີ ໄປຫາອາຟະລິກາ ແລະອາເມລິກາລາຕິນ ຢ່າງຕໍ່ເນື່ອງ. 10 ບໍລິສັດທີ່ມີເຄື່ອງໝາຍການຄ້າຂອງ Viettel ກໍາລັງເຄື່ອນໄຫວຢູ່ 3 ທະວີບ. ໃນນັ້ນ, ຢູ່ 5 ຕະຫຼາດ, ບໍລິສັດລູກຂອງ Viettel ກໍາລັງຢືນອັນດັບທີ 1 ກ່ຽວກັບອັດຕາສ່ວນການຈອງເບີ, ລາຍຮັບ ແລະກໍາໄລແມ່ນ: ກໍາປູເຈຍ, ລາວ, Burundi, ຕີມໍ ຕາເວັນອອກ, Mozambique.

ປະຈຸບັນ, Viettel ໄດ້ມີຊື່ຢູ່ໃນບັນຊີລາຍຊື່ 15 ບໍລິສັດໂທລະຄົມມະນາຄົມໃຫຍ່ທີ່ສຸດໃນໂລກກ່ຽວກັບການຈອງເບີໂທລະສັບ ຄື ເປົ້າໝາຍທີ່ການນໍາກຸ່ມບໍລິສັດໄດ້ວາງອອກ.

ພາລະກໍາໃໝ່ຂອງ Viettel

ການປະຕິວັດອຸດສາຫະກໍາ 4.0 ໄດ້ເປີດກາລະໂອກາດໃໝ່ເພື່ອນໍາຫວຽດນາມ ຢືນຢູ່ຈຸດເລີ່ມຕົ້ນພ້ອມກັບບັນດາປະເທດພັດທະນາ. Viettel ໄດ້ຫັນປ່ຽນຕົນເອງໄປສູ່ຂະແໜງເຕັກໂນໂລຢີຄົ້ນຄວ້າຜະລິດອຸປະກອນບົນພື້ນຖານເຕັກໂນໂລຢີໃໝ່ຢູ່ຫວຽດນາມ ຢ່າງວ່ອງໄວ.

ໃນຂົງເຂດຄົ້ນຄວ້າຜະລິດອຸປະກອນ, Viettel ຕັດສິນໃຈເປັນເຈົ້າຂອງ ແລະຜະລິດບັນດາອຸປະກອນເຕັກໂນໂລຢີສູງດ້ວຍຕົນເອງ. ພາຍຫຼັງ 10 ປີທີ່ເລີ່ມຕົ້ນ ແລະຜັນຂະຫຍາຍ, Viettel ໄດ້ເປັນເຈົ້າຂອງ ແລະຜະລິດໄດ້ເກືອບຄືວ່າທັງໝົດລະບົບເຄືອຂ່າຍໂທລະຄົມມະນາຄົມຫຼັກ, ຄື ລະບົບຄິດໄລ່ລາຄາຕາມເວລາຕົວຈິງ (OCS), ລະບົບສົ່ງຂໍ້ຄວາມ, ສະຖານີຮັບ-ສົ່ງສັນຍານ BTS 4G, ກໍາລັງຄົ້ນຄວ້າອຸປະກອນຮັບ-ສົ່ງສັນຍານ 5G… Viettel ໄດ້ກາຍເປັນໜຶ່ງໃນຫ້າວິສາຫະກິດຜະລິດອຸປະກອນໂທລະຄົມມະນາຄົມໃຫຍ່ທີ່ສຸດໃນໂລກ ແລະນອນໃນ top 50 ເຄື່ອງໝາຍການຄ້າໂທລະຄົມມະນາຄົມມີຄ່າທີ່ສຸດໃນໂລກ.

ໂດຍ: ຈາງຫງວຽນ