ທ່ານ ຫງວຽນຊວນຟຸກ ຖືວ່າ, ການພັດທະນາເຕັກໂນໂລຢີບໍ່ພຽງແຕ່ເພື່ອແກ້ໄຂບັນດາບັນຫາພວມວາງອອກເທົ່ານັ້ນ ຫາກຍັງປະກອບສ່ວນໃຫ້ໂລກອີກດ້ວຍ. ວິສາຫະກິດເຕັກໂນໂລຢີຫວຽດນາມ ແມ່ນແກ່ນສານເພື່ອປະຕິບັດຄວາມໃຝ່ຝັນຫັນຫວຽດນາມ “ເປັນມັງກອນ” ໃນປີ 2045 ໃຫ້ປະກົດຜົນເປັນຈິງ.

“Make in” ແລະຄວາມໃຝ່ຝັນເປັນເຈົ້າຂອງເຕັກໂນໂລຢີ

ໃນຕະຫຼອດໄລຍະກວ່າ 30 ປີແຫ່ງການປ່ຽນແປງໃໝ່, ພື້ນຖານເສດຖະກິດຫວຽດນາມ ໄດ້ມີການເຕີບໂຕຢ່າງແຮງ. ໃນພາກພື້ນ, ປະເທດຕ່າງໆ, ຄື: ຍີ່ປຸ່ນ, ສ.ເກົາຫຼີ ໄດ້ກາຍເປັນ “ມັງກອນອາຊີ” ໂດຍອີງໃສ່ການພັດທະນາເຕັກໂນໂລຢີ. ທີ່ເວທີປາໄສ, ທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ຖືວ່າ, ພາຍຫຼັງຫຼາຍປີທີ່ປະກອບ ແລະຜະລິດເຕັກໂນໂລຢີໃຫ້ຕ່າງປະເທດເປັນຕົ້ນ, ພື້ນຖານອຸດສາຫະກໍາເຕັກໂນໂລຢີຫວຽດນາມ ຕ້ອງຫັນຈາກທ່າຮັບ “Made in ຫວຽດນາມ” ເປັນເຈົ້າການ “Make in ຫວຽດນາມ”. ສິ່ງນັ້ນໝາຍຄວາມວ່າຜະລິດຕະພັນປະດິດສ້າງຢູ່ຫວຽດນາມ, ອອກແບບ ແລະຜະລິດຢູ່ຫວຽດນາມ. ເປັນເຈົ້າການກ່ຽວກັບເຕັກໂນໂລຢີບໍ່ພຽງແຕ່ຊ່ວຍຫວຽດນາມ ວັດທະນາຖາວອນເທົ່ານັ້ນ ຫາກຍັງຊ່ວຍສ້າງກໍາລັງແຮງກ່ຽວກັບອຸດສາຫະກໍາປ້ອງກັນຊາດ ເພື່ອຊ່ວຍໃຫ້ຫວຽດນາມມີສັນຕິພາບໃນໄລຍະຍາວອີກດ້ວຍ.

ປີ 2018, ພື້ນຖານອຸດສາຫະກໍາເຕັກໂນໂລຢີຂໍ້ມູນຂ່າວສານຫວຽດນາມ ມີເກືອບ 50.000 ວິສາຫະກິດ. ບັນດາວິສາຫະກິດເຕັກໂນໂລຢີໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ, ບໍ່ພຽງແຕ່ແມ່ນບັນດາວິສາຫະກິດຄົ້ນຄວ້າຜະລິດຕະພັນຮາດແວ, ຊອັບແວເທົ່ານັ້ນ ຫາກຍັງມີການປະກົດຕົວຂອງວິສາຫະກິດເລີ່ມທຸລະກິດເຕັກໂນໂລຢີອີກດ້ວຍ. ພິເສດ, ການເຂົ້າຮ່ວມຂອງບັນດາວິສາຫະກິດໃຫຍ່ໄດ້ປະສົບຜົນສໍາເລັດໃນຂົງເຂດຕ່າງໆ, ຄື: ອະສັງຫາລິມະຊັບ, ການເງິນ... ລົງທຶນໃຫ້ແກ່ການພັດທະນາເຕັກໂນໂລຢີ. ໂດຍລະອຽດ, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ໄດ້ຜະລິດອຸປະກອນເຄືອຂ່າຍ 5G ເອງ, ເຊິ່ງປະຈຸບັນພຽງແຕ່ມີ 4 ປະເທດໃນໂລກສາມາດເຮັດໄດ້ເທົ່ານັ້ນ... ທີ່ເວທີປາໄສ, ບັນດາວິສາຫະກິດເຕັກໂນໂລຢີຫວຽດນາມ ລ້ວນແຕ່ຢືນຢັນວ່າມີຄວາມສາມາດຢ່າງພຽງພໍເພື່ອປະຕິບັດຄວາມໃຝ່ຝັນ “Make in ຫວຽດນາມ” ໃຫ້ປະກົດຜົນເປັນຈິງ, ສ້າງຜະລິດຕະພັນເຕັກໂນໂລຢີທີ່ສາມາດແກ່ງແຍ້ງໂດຍກົງກັບຕ່າງປະເທດໄດ້, ພຽງແຕ່ມີວິສາຫະກິດຫວຽດນາມ ຈຶ່ງມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະແກ້ໄຂບັນດາບັນຫາຂອງປະເທດໄດ້, ນັ້ນແມ່ນສິ່ງທີ່ວິສາຫະກິດຕ່າງປະເທດບໍ່ສາມາດເຂົ້າໃຈໝົດໄດ້.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຢ້ຽມຊົມຜະລິດຕະພັນຂອງບັນດາວິສາຫະກິດເຕັກໂນໂລຢີຫວຽດນາມ. ພາບ: ທົ໊ງເຍິ໊ດ.

ຕັ້ງມາດຕະຖານສູງເພື່ອໃຫ້ວິສາຫະກິດຕ້ອງປ່ຽນແປງໃໝ່ເຕັກໂນໂລຢີ

ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ ຫງວຽນຊວນຟຸກ ຕີລາຄາສູງຫົວຂໍ້ຂອງເວທີປາໄສ ກໍ່ຄືຄວາມມານະພະຍາຍາມຂອງວິສາຫະກິດເຕັກໂນໂລຢີຫວຽດນາມ ສໍາລັບການພັດທະນາປະເທດຊາດ, ທ່ານຖືວ່າ, ເຕັກໂນໂລຢີແມ່ນປັດໄຈໃຫ້ການເຕີບໂຕ. ຢາກເພີ່ມລາຍຮັບສະເລ່່ຍຕ້ອງພັດທະນາວິສາຫະກິດເຕັກໂນໂລຢີເພື່ອຮອດປີ 2045, ຫວຽດນາມ ຈະກາຍເປັນປະເທດອຸດສາຫະກໍາວັດທະນາຖາວອນ, ມີກວ່າ 50% ຈໍານວນປະຊາກອນແມ່ນຢູ່ຊັ້ນກາງ.

ທ່ານ ຫງວຽນຊວນຟຸກ ກໍ່ຖືວ່າ, ໃນການປະຕິວັດນີ້, ວິສາຫະກິດສວມບົດບາດຕັດສິນ: "ວິສາຫະກິດເຕັກໂນໂລຢີຫວຽດນາມ ແມ່ນແກ່ນສານເພື່ອປະຕິບັດຄວາມໃຝ່ຝັນຫັນປະເທດ “ເປັນມັງກອນ”. ຄວາມສາມາດບົ່ມຊ້ອນພັດທະນາວິສາຫະກິດເຕັກໂນໂລຢີຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ. ນັ້ນແມ່ນຍ້ອນຊາວຫວຽດນາມມີຄວາມສະຫຼາດ, ດຸໝັ່ນ, ຕະຫຼາດດ້ວຍພົນລະເມືອງເກືອບ 100 ລ້ານຄົນ, ເຕັກໂນໂລຢີພວມກ້າວເຂົ້າສູ່ທຸກແຫ່ງຫົນ.

ທ່ານ ຫງວຽນຊວນຟຸກ ສົ່ງເສີມບັນດາວິສາຫະກິດໃຫຍ່ທີ່ໄດ້ປະສົບຜົນສໍາເລັດໃນຕະຫຼາດສາກົນ ກັບເມືອຫວຽດນາມ ສະແດງໃຫ້ເຫັນຈິດໃຈຄວາມຮັບຜິດຊອບໃນການຊັກຈູງພັດທະນາວິສາຫະກິດເຕັກໂນໂລຢີຫວຽດນາມ. "ບັນດາວິສາຫະກິດໃຫຍ່ຂອງຫວຽດນາມ ຕ້ອງຕັ້ງພາລະກຳວິສາຫະກິດຕິດພັນກັບພາລະກຳຂອງປະເທດ”.

ຈະປະກາດໃຊ້ຍຸດທະສາດຫັນປ່ຽນດີຈີຕອນແຫ່ງຊາດໂດຍໄວ

ທ່ານ ຫງວຽນຊວນຟຸກ ໃສ່ໃຈວ່າ, ຫວຽດນາມ ຄວນຮັບຮູ້ໄດ້ບັນດາສິ່ງທ້າທາຍໃນຍຸກສະໄໝດີຈີຕອນ. ຫວຽດນາມ ເຖິງວ່າໄປຕາມຫຼັງ, ແຕ່ຍັງສາມາດສໍາເລັດຜົນຖ້າຫາກກໍາໄດ້ກາລະໂອກາດ, ມີການກະທໍາຢ່າງລະອຽດ, ທັນການ. ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ສໍາລັບບັນດາອົງການຄຸ້ມຄອງລັດ, ຈະປະກາດໃຊ້ຍຸດທະສາດຫັນປ່ຽນດີຈີຕອນແຫ່ງຊາດໃນປີ 2019 ໂດຍໄວ ເພື່ອສ້າງຕະຫຼາດໃຫ້ບັນດາວິສາຫະກິດເຕັກໂນໂລຢີ.

ຕໍ່ໜ້າບັນດາຂໍ້ສະເໜີຂອງວິສາຫະກິດ, ກະຊວງ, ຂະແໜງການທີ່ກ່ຽວຂ້ອງ,  ທ່ານ ຫງວຽນຊວນຟຸກ ເຫັນດີຕໍ່ແຜນນະໂຍບາຍຄົ້ນຄວ້າທົດລອງການກໍ່ສ້າງເຂດເຕັກໂນໂລຢີພິເສດ, ເຂດປ່ຽນແປງໃໝ່ປະດິດຄິດສ້າງ, ສ້າງເງື່ອນໄຂໃຫ້ວິສາຫະກິດພັດທະນາ. ພ້ອມກັນນັ້ນ, ທ່ານ ຫງວຽນຊວນຟຸກ ມອບໃຫ້ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ຮຽບຮຽງຄຳສັ່ງ, ຍຸດທະສາດ ຫຼືໂຄງການດໍາເນີນງານກ່ຽວກັບການພັດທະນາວິສາຫະກິດເຕັກໂນໂລຢີຫວຽດນາມ ເພື່ອຍື່ນສະເໜີຕໍ່ນາຍົກລັດຖະມົນຕີໃນເດືອນມິຖຸນາ, ຈາກນັ້ນສ້າງພື້ນຖານນິຕິກຳເພື່ອຜັນຂະຫຍາຍ.

ໂດຍ: ເຈິ່ນຮວ່ຽນ