ປະສົບຜົນສໍາເລັດເມື່ອລົງທຶນອອກສູ່ຕ່າງປະເທດ

ຢູ່ ກໍາປູເຈຍ, Viettel ໄດ້ປະຕິບັດຍຸດທະສາດ “ກໍ່ສ້າງພື້ນຖານໂຄງລ່າງກ່ອນ, ດໍາເນີນທຸລະກິດຕາມຫຼັງ” ແລະ“ຖືເອົາຊົນນະບົດປິດລ້ອມຕົວເມືອງ” (ເຄີຍປະສົບຜົນສໍາເລັດຢູ່ ຫວຽດນາມ ມາແລ້ວ) ແລະຫຼັງຈາກນັ້ນກໍ່ໝູນໃຊ້ຄວາມສໍາເລັດຢູ່ບັນດາຕະຫຼາດແຫ່ງຕ່າງໆໃນສາກົນ.

ປີ 2009, ພາຍຫຼັງ 3 ປີທີ່ມີໜ້າຢູ່ ກໍາປູເຈຍ, Viettel ເລີ່ມດໍາເນີນທຸລະກິດບໍລິການໂທລະສັບມືຖືດ້ວຍຊື່ເອີ້ນວ່າ Metfone. Metfone ມີການເຕີບໂຕດ້ວຍຄວາມໄວສູງ ເຖິງວ່າຫາກໍ່ເລີ່ມດໍາເນີນທຸລະກິດອີງໃສ່ເລື່ອງສົ່ງສັນຍານໄປທົ່ວ 25 ແຂວງ ແລະນະຄອນ. Metfone ບືນຕົວຂຶ້ນຢືນຢູ່ອັນດັບທີ 1 ໃນອັດຕາສ່ວນຕະຫຼາດ.

leftcenterrightdel
Unitel ບືນຕົວຂຶ້ນກາຍເປັນເຄື່ອງໝາຍການຄ້າໂທລະຄົມມະນາຄົມ ເບີ 1 ຂອງ ລາວ. ພາບ: ແທງຮ່າ.

ຈາກຜົນສໍາເລັດນັ້ນ, Viettel ໄດ້ລົງທຶນໄປຍັງປະເທດລາວ. ຢູ່ ລາວ, Viettel ໄດ້ຊ່ວຍໃຫ້ເພື່ອນລາວສ້າງຕັ້ງວິສາຫະກິດຂອງລັດຄືນໃໝ່ທີ່ພວມປະສົບກັບຄວາມຫຍຸ້ງຍາກທັງເງິນລົງທຶນ ແລະຍຸດທະສາດພັດທະນາ. Viettel ໄດ້ສ້າງວຽກເຮັດງານທໍາໃຫ້ແກ່ພະນັກງານ, ພາລະກອນເກືອບ 2.000 ຄົນດ້ວຍລາຍຮັບສະເລ່ຍແມ່ນປະມານ 2,5 ລ້ານກີບ/ຄົນ/ເດືອນ ແລະຜູ້ຮ່ວມງານຫຼາຍພັນຄົນ.

ທ່ານພັນເອກ ບີມົວ ໄຟດາເຢຍຈາ, ຮອງຜູ້ອໍານວຍການໃຫຍ່ Unitel ແບ່ງບັນວ່າ: “ການພັດທະນາຂອງ Unitel ໃນສອງປີທໍາອິດນັບແຕ່ເມື່ອເປີດເຄືອຂ່າຍອິນເຕີແນັດກໍ່ປຽບເໝືອນຄືກັບຄວາມຝັນ. ພຽງແຕ່ສອງປີນັບແຕ່ເມື່ອເປີດນໍາໃຊ້, Unitel ໄດ້ບືນຕົວຂຶ້ນໃນຕຳແໜ່ງແມ່ນເຄື່ອງໝາຍການຄ້າເບີ 1 ຂອງ ລາວ, ທັງເຄືອຂ່າຍອິນເຕີແນັດ, ທັງເບີໂທລະສັບ, ທັງລາຍຮັບ ແລະການເສຍພາສີອາກອນ...”.

ບັນດາຄວາມສຳເລັດທີ່ມະຫັດສະຈັນຂອງໂທລະຄົມມະນາຄົມໂລກ.

ປີ 2010, ເກີດແຜ່ນດິນໄຫວທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງມ່ວນມະນຸດ, ເຮັດໃຫ້ຊາວ Haiti ເສຍຊີວິດກວ່າ 300.000 ຄົນ. ໄພພິບັດເກີດຂຶ້ນພຽງ 3 ວັນກ່ອນທີ່ Viettel ໄປຍັງປະເທດນີ້ເພື່ອລົງນາມສັນຍາສ້າງຕັ້ງການຮ່ວມທຸລະກິດກ່ຽວກັບໂທລະຄົມມະນາຄົມ. ຍາກທີ່ຈະເຊື່ອໄດ້ວ່າ Viettel ຈະຕ່າວຄືນມາ ແລະປະຕິບັດຄໍາໝັ້ນສັນຍາລົງທຶນຍ້ອນວ່າ 90% ບັນດາກິດຈະການໃຫຍ່ຂອງ Haiti ຖືກທໍາລາຍໝົດ ຫຼື ເປ່ເພຢ່າງໜັກໜ່ວງ.

ພາຍຫຼັງການລົງທຶນຢ່າງເປັນທາງການມາໄດ້ກວ່າ 1 ປີ, ວັນທີ 7 ກັນຍາ ປີ 2011, Natcom ໄດ້ເປີດນໍາໃຊ້ເຄືອຂ່າຍອິນເຕີແນັດໂທລະຄົມມະນາຄົມຢ່າງເປັນທາງການ, ດ້ວຍພື້ນຖານໂຄງລ່າງກ່ຽວກັບເຄືອຂ່າຍໂທລະສັບມືຖື ຍືນອັນດັບທີ 1 ຢູ່ Haiti.

leftcenterrightdel
ປະຈຸບັນ, Viettel ໄດ້ມີລູກຄ້າກວ່າ 100 ລ້ານຄົນ, ກາຍເປັນ 1 ໃນ 15 ວິສາຫະກິດໂທລະຄົມມະນາຄົມໃຫຍ່ສຸດໃນໂລກກ່ຽວກັບເບີໂທລະສັບ. ພາບ: ແທງຮ່າ.

ສືບຕໍ່ລົງທຶນເຂົ້າບັນດາປະເທດທຸກຍາກທີ່ສຸດ, Viettel ໄດ້ໄປຮອດ Mozambique. ປະຈຸບັນ, Movitel ແມ່ນບໍລິສັດເຄືອຂ່າຍອິນເຕີແນັດອັນດັບ 1 ຢູ່ Mozambique ກ່ຽວກັບພື້ນຖານໂຄງລ່າງດ້ານເຄືອຂ່າຍອິນເຕີແນັດ,  ອັດຕາສ່ວນຕະຫຼາດກໍ່ຄືບໍລິການ ແລະມີການປະດິດຄິດສ້າງ, ປະກອບສ່ວນປ່ຽນແປງໂສມໜ້າຂະແໜງໂທລະຄົມມະນາຄົມ ແລະຊຸກຍູ້ການພັດທະນາດ້ານເສດຖະກິດ-ສັງຄົມຂອງປະເທດນີ້.

ເມື່ອເວົ້າເຖິງຕະຫຼາດທຸກຍາກທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ຕີມໍຕາເວັນອອກ ແມ່ນຕະຫຼາດນ້ອຍທີ່ສຸດ (ມີພົນລະເມືອງ 1,2 ລ້ານຄົນ), ພູມີປະເທດ 90% ແມ່ນພູຜາປ່າໄມ້ ສະນັ້ນເລື່ອງຜັນຂະຫຍາຍພື້ນຖານໂຄງລ່າງເຄືອຂ່າຍອິນເຕີແນັດຈະຕ້ອງເສຍຄ່າໃຊ້ຈ່າຍຫຼາຍ, ການກໍ່ສ້າງກໍ່ຍາກ.

ແຕ່ວ່າ, ພຽງແຕ່ພາຍຫຼັງ 6 ເດືອນ ທີ່ເປີດນໍາໃຊ້ນັ້ນ, Telemor ໄດ້ດໍາເນີນທຸລະກິດຢ່າງມີກໍາໄລ. ນີ້ແມ່ນສິ່ງຍາກທີ່ຈະເຊື່ອໄດ້ຍ້ອນວ່າຕາມການຄິດໄລ່ປົກກະຕິແລ້ວ, ເຄືອຂ່າຍໂທລະຄົມມະນາຄົມທີ່ຫາກໍ່ເຂົ້າໄປ ຕີມໍຕາເວັນອອກ ຄົງຕົວຢູ່ໄດ້ກໍ່ຍັງຍາກແລ້ວຍັງບໍ່ທັນໄດ້ເວົ້າເຖິງເລື່ອງມີກໍາໄລດ້ວຍເວລາຄວາມໄວສູງຄືແນວນີ້.

ໄວກວ່ານີ້ອີກ, ຢູ່ຕະຫຼາດ Burundi, Viettel ມີກໍາໄລພຽງແຕ່ພາຍຫຼັງ 1 ເດືອນ. Burundi ແມ່ນຕະຫຼາດ ເຊິ່ງ Viettel ໄດ້ບືນຕົວຂຶ້ນຢູ່ອັນດັບທີ 1 ໄວທີ່ສຸດໃນປະຫວັດສາດ, ພາຍຫຼັງ 7 ເດືອນ.

ບາດລ້ຽວຢູ່ Peru ແລະອະນາຄົດຢູ່ມຽນມາ.

ເລື່ອງ Viettel ໄປຮອດ Peru ນັ້ນ ໄດ້ສ້າງຄວາມປະທັບໃຈພິເສດເມື່ອຍັງບໍ່ທັນມີບໍລິສັດໃດຂອງ ຫວຽດນາມ ລົງທຶນດ້ານເຄືອຂ່າຍອິນເຕີແນັດໂທລະຄົມມະນາຄົມຢູ່ປະເທດທີ່ມີລະດັບພັດທະນາສູງກວ່າຫວຽດນາມ, ເປັນຂີດໝາຍການເຕີບໃຫຍ່ດ້ວຍການທົດສອບ ກຳລັງແຮງກັບຕະຫຼາດທີ່ “ບໍ່ທຸກຍາກ” ນີ້. ເມື່ອ Viettel ປະກົດຕົວ, Peru ບັນລຸໄດ້ຄວາມໜາແໜ້ນໂທລະສັບມືຖືກວ່າ 100%.

leftcenterrightdel
ໃນ 3 ປີຢ່າງຕໍ່ເນື່ອງ, Bitel ແມ່ນບໍລິສັດມີລະດັບການເຕີບໂຕເບີໂທສະສັບໄວທີ່ສຸດຢູ່ Peru. ພາບ: ແທງຮ່າ.

ຢູ່ Peru, Bitel ກາຍເປັນເຄືອຂ່າຍໂທລະສັບມືຖືທຳອິດທີ່ສົ່ງສັນຍານ 3G ໃນທົ່ວປະເທດເມື່ອເປີດນໍາໃຊ້ ແລະແມ່ນເຄືອຂ່າຍໂທລະສັບມືຖື 3G Only ໜຶ່ງດຽວຂອງ Viettel ໃນຈຸດເວລານັ້ນ (ປີ 2014).

Bitel ແມ່ນບໍລິສັດມີລະດັບການເຕີບໂຕເບີໂທລະສັບໄວທີ່ສຸດຢູ່ Peru. ນີ້ກໍ່ແມ່ນສາເຫດຊ່ວຍໃຫ້ລະດັບການເຕີບໂຕເບີໂທລະສັບຂອງທົ່ວປະເທດ Peru ໄລຍະ 2014-2018 ຂຶ້ນເຖິງ 30%, ໃນນັ້ນ, ຈໍານວນຕົວເລກນີ້ຢູ່ບັນດາປະເທດໃນພາກພື້ນພຽງແຕ່ແມ່ນ 6%. ພຽງແຕ່ພາຍຫຼັງ 2 ປີ, Bitel ໄດ້ດໍາເນີນທຸລະກິດມີກໍາໄລໃນຂະນະທີ່ເຄືອຂ່າຍອິນເຕີແນັດອື່ນເຂົ້າມາລົງທຶນຢູ່ Peru ຮອດ 10 ປີກໍ່ຍັງຂາດທຶນ.

leftcenterrightdel
ພາຍຫຼັງເປີດນໍາໃຊ້ຢູ່ ມຽນມາ, ເຄືອຂ່າຍອິນເຕີແນັດ Mytel ມີລະດັບການເຕີບໂຕສູງ. ພາບ: ແທງຮ່າ.

Mytel ມີລະດັບການເຕີບໂຕ ຍາກທີ່ຈະມີເຄືອຂ່າຍອິນເຕີແນັດໂທລະຄົມມະນາຄົມໃດໃນໂລກເຮັດໄດ້ ແລະແມ່ນລະດັບການເຕີບໂຕບັນລຸສະຖິຕິໃນຈໍານວນ 11 ຕະຫຼາດໂທລະຄົມມະນາຄົມທີ່ Viettel ພວມດໍາເນີນທຸລະກິດ (ລວມທັງ ຫວຽດນາມ). ມຽນມາ ຄາດຄະເນວ່າຈະແມ່ນກໍາລັງໜູນເຕີບໂຕສໍາຄັນຂອງ Viettel ຢູ່ຕ່າງປະເທດໃນປີ 2019 ແລະຊຸມປີຕໍ່ໄປ.

ໃນປະຫວັດສາດເກືອບ 30 ປີ, Viettel ໄດ້ພິສູດໃຫ້ເຫັນກຳລັງຄວາມສາມາດຢ່າງແທ້ຈິງເມື່ອເຮັດໃຫ້ການບໍລິການໂທລະຄົມມະນາຄົມໂທລະສັບມືຖືຢູ່ບັນດາປະເທດໃນໂລກລະເບີດເກີດຂຶ້ນຢ່າງຕໍ່ເນື່ອງ, ມີລູກຄ້າຫຼາຍກວ່າ 100 ລ້ານຄົນ, ກາຍເປັນ 1 ໃນ 15 ວິສາຫະກິດໂທລະຄົມມະນາຄົມໃຫຍ່ທີ່ສຸດໃນໂລກກ່ຽວກັບເບີໂທລະສັບ.

 

ໂດຍ: ເກື່ອງດັ້ງ