ຕາງໜ້າການນໍາພັກ, ລັດ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ປະດັບຫຼຽນໄຊເອກະລາດຊັ້ນ I ໃຫ້ແກ່ກຸ່ມບໍລິສັດ Viettel.

Viettel ຄວນບັນລຸໄດ້ເປົ້າໝາຍຢືນຢູ່ໃນກຸ່ມ 10 ວິສາຫະກິດໂທລະຄົມມະນາຄົມໃຫຍ່ທີ່ສຸດໃນໂລກ

ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນຊວນຟຸກ ຕີລາຄາວ່າ, ວັດທະນະທໍາ, ທິດສະດີປັດຊະຍາ, ຈິດໃຈແມ່ນກໍາລັງແຮງ, ພື້ນຖານຄວາມສໍາເລັດຂອງກຸ່ມບໍລິສັດ ເພື່ອສາມາດພັດທະນາແບບຍືນຍົງ, ເຕີບໃຫຍ່ເຂັ້ມແຂງ. ວັດທະນະທໍານັ້ນແມ່ນຍາມໃດກໍ່ຮັບວຽກທີ່ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຍາມໃດກໍ່ມີວິທີສໍາຜັດທີ່ແຕກຕ່າງ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ; ຍາມໃດກໍ່ສ້າງກາລະໂອກາດເພື່ອພັດທະນາວິຊາຊີບ ແລະຄວາມເກັ່ງກ້າສາມາດໃຫ້ສະມາຊິກທຸກໆຄົນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ. ພາບ: ວັນຟອງ.

ໂດຍຖືວ່າ, ເຕັກໂນໂລຢີແມ່ນປັດໄຈຕົ້ນຕໍເພື່ອເຕີບໂຕເສດຖະກິດ, ນໍາຫວຽດນາມ ກາຍເປັນປະເທດພັດທະນາ, ທ່ານ ຫງວຽນຊວນຟຸກ ຖືວ່າ, ບໍ່ພຽງແຕ່ຮັບເອົາເຕັກໂນໂລຢີເທົ່ານັ້ນ, ຫວຽດນາມ ຕ້ອງຄິດແຕ່ງຂຶ້ນໃໝ່, ປະດິດສ້າງເຕັກໂນໂລຢີ. ນັ້ນແມ່ນເສັ້ນທາງຈຳເປັນຢ່າງເດັດຂາດເພື່ອເຮັດໃຫ້ປະເທດເຂັ້ມແຂງແຮງກ້າ, ມີພື້ນຖານເສດຖະກິດທີ່ພັດທະນາ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທໍາ, ປະຊາທິປະໄຕ,  ສີວິໄລ, ຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປົກປັກຮັກສາປະເທດຊາດ.

ບົນຈິດໃຈດັ່ງກ່າວ, ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ, ບໍ່ທັນມີຍາມໃດເທື່ອທີ່ຈະມີກາລະໂອກາດນຳປະເທດຊາດບຸກທະລຸພັດມີຄວາມຈະແຈ້ງຄືໃນປະຈຸບັນ. ພັກ, ລັດ ມີຄວາມໄວ້ເນື້ອເຊື່ອໃຈ ແລະມອບໝາຍໜ້າທີ່ໃຫ້ກຸ່ມບໍລິສັດ Viettel ໄປນໍາໜ້າໃນການປະຕິວັດອຸດສາຫະກໍາ ຄັ້ງທີ 4.

ທ່ານ ຫງວຽນຊວນຟຸກ ໄດ້ວາງອອກບັນດາຂີດໝາຍໃຫ້ແກ່ການພັດທະນາຂອງ Viettel: ຮອດປີ 2025, Viettel ຄວນບັນລຸໄດ້ເປົ້າໝາຍຢືນຢູ່ໃນກຸ່ມ 10 ວິສາຫະກິດໂທລະຄົມມະນາຄົມໃຫຍ່ທີ່ສຸດໃນໂລກ; ຮັກສາລະດັບການເຕີບໂຕແຕ່ 10%/ປີ ຂຶ້ນໄປ. ຮອດປີ 2045, ສະເຫຼີມສະຫຼອງ 100 ປີແຫ່ງວັນຊາດຫວຽດນາມ, Viettel ຢືນຢູ່ກຸ່ມບັນດາບໍລິສັດຜະລິດເຕັກໂນໂລຢີສູງມີຂອບຂະໜາດອຸດສາຫະກໍາແຖວໜ້າໃນໂລກ.

leftcenterrightdel
ໂດຍໄດ້ຮັບການມອບສິດ​ຈາກປະທານປະເທດ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ປະດັບຫຼຽນໄຊເອກະລາດຊັ້ນ I ໃຫ້ແກ່ກຸ່ມບໍລິສັດ Viettel. ພາບ: ວັນຟອງ.

ທ່ານ ຫງວຽນຊວນຟຸກ ກໍ່ຊີ້ນໍາກຸ່ມບໍລິສັດຄວນປະຕິບັດຄວາມຮັບຜິດຊອບແມ່ນວິສາຫະກິດສໍາຄັນໃນການຫັນປ່ຽນດີຈິຕອນແຫ່ງຊາດ, ສຸມໃສ່ເຂົ້າໃນການຫັນປ່ຽນເປັນດີຈິຕອນລັດຖະບານ, ວິສາຫະກິດ, ສັງຄົມເປັນຢ່າງດີ; ຜັນຂະຫຍາຍເຕັກໂນໂລຢີ 5 ຈີ ແລະບັນດາພື້ນຖານໂຄງລ່າງເພື່ອຕອບສະໜອງກາລະໂອກາດພັດທະນາໃນການປະຕິວັດອຸດສາຫະກໍາຄັ້ງທີ 4 ຢ່າງວ່ອງໄວ...

Viettel ຖະແຫຼງເປົ້າໝາຍສ້າງສັນສັງຄົມດີຈິຕອນ

ໂດຍໄດ້ຮັບການສ້າງຕັ້ງເມື່ອປີ 1989, Sigelco (ແມ່ນຕົ້ນກໍາເນີດຂອງ Viettel) ມີໜ້າທີ່ຈັດສົ່ງພະນັກງານເຕັກນິກຈໍານວນໜຶ່ງທີ່ມີປະສົບການຫຼາຍຢ່າງຂອງກອງທັບໄປເຮັດວຽກງານດ້ານເສດຖະກິດ, ປະກອບສ່ວນສ້າງສາປະເທດຊາດ. ພາຍຫຼັງ 30 ປີ, ບັນດາທະຫານທີ່ເຮັດວຽກງານດ້ານເສດຖະກິດໄດ້ກໍ່ສ້າງ Viettel ໃຫ້ກາຍເປັນໜຶ່ງໃນ 30 ບໍລິສັດໂທລະຄົມມະນາຄົມໃຫຍ່ທີ່ສຸດໃນໂລກ, ນອນໃນກຸ່ມ 500 ເຄື່ອງໝາຍການຄ້າທີ່ມີມູນຄ່າທີ່ສຸດທົ່ວໂລກ. Viettel ໄດ້ມີໜ້າຢູ່ 17 ປະເທດ, ໃນນັ້ນລົງທຶນ ແລະດໍາເນີນທຸລະກິດຢູ່ 10 ຕະຫຼາດຕ່າງປະເທດ, ລາຍຮັບແຕ່ລະປີບັນລຸໄດ້ຫຼາຍກວ່າ 10 ຕື້ໂດລາສະຫະລັດ. Viettel ໄດ້ຕີລາຄາແມ່ນໜຶ່ງໃນບັນດາວິສາຫະກິດແຫ່ງລັດມີຂອບຂະໜາດໃຫຍ່ ແລະມີປະສິດທິຜົນທີ່ສຸດຢູ່ຫວຽດນາມ.

ທີ່ພິທີສະເຫຼີມສະຫຼອງ, ສືບຕໍ່ພາລະກໍາ “ປະດິດຄິດສ້າງເພື່ອມະນຸດ”, Viettel ຖະແຫຼງສືບຕໍ່ສວມບົດບາດນໍາພາໃນຂົງເຂດໂທລະຄົມມະນາຄົມ ແລະເຕັກໂນໂລຢີ-ຂໍ້ມູນຂ່າວສານ, ນໍາໜ້າໃນຂົງເຂດເຕັກໂນໂລຢີ ແລະອຸດສາຫະກໍາ, ປະຕິບັດການຫັນປ່ຽນດີຈີຕອນ ແລະສ້າງສັນສັງຄົມດີຈີຕອນຢູ່ຫວຽດນາມ.

leftcenterrightdel
ທ່ານພົນຈັດຕະວາ ເລດັງຢູງ, ປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel ກ່າວຄໍາເຫັນທີ່ພິທີ. ພາບ: ວັນຟອງ.

ກ່າວຄໍາເຫັນທີ່ພິທີ, ທ່ານພົນຈັດຕະວາ ເລດັງຢູງ, ປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel ໃຫ້ຮູ້ວ່າ: “ພຽງແຕ່ມີວິທີໜຶ່ງເທົ່ານັ້ນ ເພື່ອອະນຸລັກຮັກສາປະຫວັດສາດ ນັ້ນແມ່ນສ້າງອະນາຄົດ. ບັນດາຜົນງານອັນໃຫຍ່ຫຼວງທີ່ສຸດຂອງ Viettel ຍັງຄອງຄອຍໄດ້ຮັບການກໍ່ສ້າງໃນອະນາຄົດ. ນັ້ນແມ່ນຄວາມຮັບຜິດຊອບຂອງ Viettel ແລະກໍ່ແມ່ນຄໍາສັນຍາຂອງ Viettel. Viettel ຈະສືບຕໍ່ຮັກສາພາລະກໍາ “ປະດິດຄິດສ້າງເພື່ອມະນຸດ” ເພື່ອຍາມໃດກໍ່ປົກປັກຮັກສາ ແລະຮັບໃຊ້ປະເທດຊາດ”.

ໃນໄລຍະຈະມາເຖິງ, Viettel ຈະສືບຕໍ່ກໍ່ສ້າງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະເຕັກໂນໂລຢີ-ຂໍ້ມູນຂ່າວສານທັນສະໄໝທີ່ສຸດ ເພື່ອເປັນພື້ນຖານນໍາເຕັກໂນໂລຢີ 4.0 ເຂົ້າໃນທຸກໆຂົງເຂດການດໍາລົງຊີວິດ.

ໂດຍ: ທະນາພອນ