ແບບຢ່າງໃນການພັດທະນາ

ນັກຊ່ຽວຊານສາກົນຫຼາຍທ່ານໃຫ້ຂໍ້ສັງເກດວ່າ, ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ແມ່ນໝາກຜົນຂອງກິດຈະການປ່ຽນແປງໃໝ່ ເຊິ່ງໄດ້ເລີ່ມຕົ້ນມາແຕ່ປີ 1986. ເລື່ອງສະພາແຫ່ງຊາດຫວຽດນາມ  ຮັບຮອງເອົາກົດໝາຍວ່າດ້ວຍການລົງທຶນຕ່າງປະເທດໃນປີ 1987 ແມ່ນຂໍ້ຕົກລົງປະຫວັດສາດ, ເປີດຊ່ອງທາງໃຫ້ກະແສເງິນລົງທຶນໂດຍກົງຕ່າງປະເທດ (FDI) ເຂົ້າມາລົງທຶນຢູ່ຫວຽດນາມ. ກວ່າ 30 ປີ ຜ່ານມາ, ກະແສເງິນລົງທຶນ FDI  ໄດ້ຊຸກຍູ້ເສດຖະກິດຫວຽດນາມ ພັດທະນາຢ່າງແຮງ.

ຕາມເວັບໄຊ halonoviny.cz ຂອງເຊັກ ໃຫ້ຮູ້ວ່າ, ພາຍຫຼັງກວ່າ 40 ປີນັບແຕ່ເມື່ອສິ້ນສຸດສົງຄາມ, ດ້ວຍບັນດາຜົນງານທີ່ພົ້ນເດັ່ນໃນຫຼາຍຂົງເຂດ, ຫວຽດນາມ ໄດ້ຮັບຖືວ່າແມ່ນແບບຢ່າງໃນການພັດທະນາຈາກປະຊາຄົມສາກົນ. ບັນດາໝາກຜົນເຊິ່ງຫວຽດນາມ ບັນລຸໄດ້ໃນປະຈຸບັນຕົ້ນຕໍແມ່ນໝາກຜົນຂອງກິດຈະການປ່ຽນແປງໃໝ່ໂດຍພັກກອມມູນິດຫວຽດນາມ ເລີ່ມຕົ້ນປະຕິບັດໃນປີ 1986.

leftcenterrightdel
ແງ່ມູມໜຶ່ງນະຄອນຫຼວງຮ່າໂນ້ຍ. ພາບ: Shutterstock.

ຫວຽດນາມ ແມ່ນໜຶ່ງໃນຈໍານວນໜ້ອຍບັນດາປະເທດໄດ້ປະຕິບັດສໍາເລັດການປະຕິຮູບເສດຖະກິດ ແລະດຶງດູດການລົງທຶນຈາກຕ່າງປະເທດ. ຕາມການຕີລາຄາຂອງສະຫະປະຊາຊາດ (ສປຊ), ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດແຖວໜ້າໃນໂລກທີ່ປະຕິບັດສໍາເລັດໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການເປົ້າໝາຍພັດທະນາສະຫັດສະວັດຂອງ ສປຊ (MDGs).  ຖານະບົດບາດຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີສາກົນ. ຫວຽດນາມ ໄດ້ສະແດງໃຫ້ເຫັນການເປັນເຈົ້າການ ແລະຕັ້ງໜ້າໃນການເຄື່ອນໄຫວການຕ່າງປະເທດ ແລະເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ.

ຈຸດນັດພົບທີ່ຈັບອົກຈັບໃຈ ແລະຄວາມໄວ້ເນື້ອເຊື່ອໃຈ

ໃນຊຸມປີມໍ່ໆມານີ້, ຫວຽດນາມ ໄດ້ຮັບການຕີລາຄາສູງຈາກບັນດານັກລົງທຶນຕ່າງປະເທດ. ດ້ວຍສະພາບແວດລ້ອມແຫ່ງການດໍາເນີນທຸລະກິດສະດວກ ແລະມີຄວາມໝັ້ນຄົງ, ຫວຽດນາມ ພວມນັບມື້ນັບດຶງດູດບັນດານັກລົງທຶນຕ່າງປະເທດ, ບັນດາຜູ້ທີ່ເບິ່ງເຫັນຄວາມສາມາດບົ່ມຊ້ອນຍາວນານຂອງປະເທດຫວຽດນາມ ແລະຊົມໃຊ້ຜົນປະໂຫຍດຈາກເລື່ອງເຂົ້າຮ່ວມຕະຫຼາດຫວຽດນາມ ຢ່າງທັນການ.

ຕາມ The Edge Markets ແລ້ວ, ໃນຊຸມປີຜ່ານມາດ້ວຍການເຕີບໂຕປະທັບໃຈ, ຫວຽດນາມ ກາຍເປັນພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ ແລະເຕີບໂຕຢ່າງວ່ອງໄວຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້. ຄຽງຂ້າງນັ້ນ, ສະພາບການເສດຖະກິດໂລກທີ່ເຕັມໄປດ້ວຍການຜັນແປແຕ່ວ່າເສດຖະກິດຂອງຫວຽດນາມມີຄວາມໝັ້ນຄົງ ກໍ່ຄືຄວາມສາມາດເຊື່ອມໂຍງຢ່າງເລິກເຊິ່ງເຂົ້າກັບພື້ນຖານເສດຖະກິດທົ່ວໂລກຜ່ານບັນດາສັນຍາການຄ້າທີ່ຫວຽດນາມ ໄດ້ລົງນາມ ນັ້ນແມ່ນສິ່ງທີ່ດຶງດູດກະແສເງິນລົງທຶນມາລົງທຶນກັບປະເທດອາຊີຕາເວັນອອກສ່ຽງໃຕ້ນີ້.

ໃນຂະນະນັ້ນ, ໃນໜັງສືພິມ The Japan Times, ທ່ານ Toru Kinoshita, ຜູ້ອຳນວຍການໃຫຍ່ບໍລິສັດ ໂຕໂຢຕາ ຫວຽດນາມ ໃຫ້ຮູ້ວ່າ, ດ້ວຍບັນດານະໂຍບາຍໜູນຊ່ວຍຂະແໜງອຸດສາຫະກໍາລົດໂອໂຕ ຂອງລັດຖະບານຫວຽດນາມ, ບໍລິສັດລົດຂອງທ່ານມີຄວາມເຊື່ອໝັ້ນຕໍ່ການພັດທະນາຢູ່ຕະຫຼາດຫວຽດນາມ.

ດ້ວຍທິວທັດທໍາມະຊາດສວຍງາມ, ສະພາບແວດລ້ອມຄວາມສະຫງົບ, ປອດໄພພ້ອມກັບຖານະບົດບາດນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີສາກົນ, ຫວຽດນາມ ມີຄວາມຈັບອົກຈັບໃຈພິເສດກັບນັກທ່ອງທ່ຽວຕ່າງປະເທດ. ໃນຂະນະນັ້ນ, ຕາມຄາດຄະເນຂອງສະມາຄົມການທ່ອງທ່ຽວ ອາຊີ-ປາຊີຟິກ (PATA), ໃນໄລຍະ 5 ປີຈະມາເຖິງ, ຫວຽດນາມ ຈະແມ່ນສະຖານທີ່ທ່ອງທ່ຽວນໍາໜ້າຢູ່ພາກພື້ນດ້ວຍປະລິມານນັກທ່ອງທ່ຽວສາກົນສະເລ່ຍເພີ່ມຂຶ້ນແຕ່ລະປີ.

ໂດຍ: ເຈິ່ນຮວ່ຽນ