ບໍລິສັດໃຫຍ່ຫຸ້ນສ່ວນລົງທຶນສາກົນ Viettel ໃຫ້ຮູ້ວ່າ, ຕາມການສຳຫຼວດຂອງ Arellano, ບໍລິສັດໃຫ້ຄໍາປຶກສາ ແລະຄົ້ນຄວ້າຕະຫຼາດແຖວໜ້າ ຢູ່ເປຣູ ເດືອນ ມິຖຸນາ 2019, Bitel ແມ່ນບໍລິສັດໂທລະຄົມມະນາຄົມໄດ້ຮັບຄວາມນິຍົມທີ່ສຸດຢູ່ທີ່ນີ້ດ້ວຍດັດຊະນີວັດແທກຄວາມພໍໃຈຂອງລູກຄ້າເມື່ອນໍາໃຊ້ບໍລິການແມ່ນ 14,46/20 ຄະແນນ.

ລູກຄ້າຍາມໃດກໍ່ນິຍົມ Bitel ໜຶ່ງໃນບັນດາເຫດຜົນນັ້ນແມ່ນຍ້ອນເຄື່ອງໝາຍການຄ້ານີ້ໄດ້ຕິດພັນກັບຄວາມດີ, ທັນການ ແລະມີລັກສະນະວັດທະນະທໍາມະນຸດ. ນອກຈາກນັ້ນ, ທ່າໄດ້ປຽບສໍາຄັນອື່ນທີ່ຊ່ວຍໃຫ້ Bitel ໄດ້ຮັບຄວາມພໍໃຈຂອງລູກຄ້າແມ່ນເຂດສົ່ງສັນຍານໃຫຍ່ທີ່ສຸດໃນຈໍານວນບັນດາບໍລິສັດໂທລະຄົມມະນາຄົມ ຢູ່ເປຣູ.

leftcenterrightdel
ລູກຄ້າລົງທະບຽນບໍລິການ Bitel. ພາບ: ແທັງຮ່າ.

ເປຣູ ແມ່ນຕະຫຼາດທີ່ມີຄວາມແຕກຕ່າງທີ່ສຸດເມື່ອທຽບໃສ່ບັນດາຕະຫຼາດເຊິ່ງ Viettel ໄດ້ລົງທຶນ. ດ້ວຍຈໍານວນພົນລະເມືອງ (ກວ່າ 30 ລ້ານຄົນ) ແລະການພັດທະນາເສດຖະກິດສູງກວ່າຫວຽດນາມ (ລາຍຮັບສະເລ່ຍໃສ່ຫົວຄົນ ຢູ່ເປຣູ ສູງທົບ 4,5 ເທົ່າຢູ່ຫວຽດນາມ), ຕະຫຼາດ ເປຣູ ໝັ້ນໝາຍວ່າຈະມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໄດ້ຮັບການພັດທະນາ.

ບໍ່ພຽງແຕ່ບັນລຸໄດ້ຄວາມເຊື່ອໝັ້ນ ແລະຄວາມພໍໃຈຂອງລູກຄ້າ, ຢູ່ຂົງເຂດ B2B (ລູກຄ້າວິສາຫະກິດ) Bitel ກໍ່ໄດ້ຮັບການຕີລາຄາສູງ ແລະເລືອກເຟັ້ນເປັນຄູ່ຮ່ວມມືໃນຫຼາຍໂຄງການ.

Bitel ແມ່ນ 1 ໃນຈໍານວນ 10 ບໍລິສັດພວມຖືກບໍລິສັດໃຫຍ່ຫຸ້ນສ່ວນລົງທຶນສາກົນ Viettel (Viettel Global - Upcom: VGI) ບໍລິຫານ, ແຕ່ໂດຍກຸ່ມບໍລິສັດ Viettel ຖືກຳມະສິດຕາມການກໍານົດຂອງລັດຖະບານເປຣູ. ບໍ່ພຽງແຕ່ ຢູ່ເປຣູເທົ່ານັ້ນ ເຄື່ອງໝາຍການຄ້າຂອງ Viettel ກໍ່ໄດ້ສ້າງຂີດໝາຍ ແລະໄດ້ຮັບຄວາມເຊື່ອໝັ້ນຂອງລູກຄ້າຢູ່ຫຼາຍປະເທດໃນໂລກອີກຕື່ມ.

ໂດຍ: ຄໍາແພງ