ດ້ວຍສານທີ່ວ່າ “ເລີ່ມສ້າງຄວາມເປັນຈິງໃໝ່”, ການແຂ່ງຂັນ ເພື່ອແນໃສ່ຊອກຫາບັນດາວິທີການບຸກທະລຸສົມທົບກັບທ່າແຮງໂທລະຄົມມະນາຄົມ ເພື່ອສ້າງບັນດາຜະລິດຕະພັນ, ບໍລິການລະດັບສາກົນໝູນໃຊ້ໃຫ້ການດຳລົງຊີວິດໃນປະຈຸບັນ ແລະໃນອະນາຄົດ.

leftcenterrightdel
ພາບປະກອບຈາກ: ເກິມຖຸຍ.

ການແຂ່ງຂັນສະຫງວນໃຫ້ສ່ວນບຸກຄົນ, ກຸ່ມ, ອົງການຈັດຕັ້ງ ຫຼື ວິສາຫະກິດ, ໂດຍບໍ່ຈໍາແນກປະເທດ, ເຂດແຄວ້ນ, ພາສາ. ພຽງແຕ່ມີແນວຄິດຫົວຄິດປະດິດສ້າງ ຫຼື ຜະລິດຕະພັນ, ວິທີການແກ້ໄຂທີ່ດີແມ່ນສາມາດເຂົ້າຮ່ວມການແຂ່ງຂັນ ແລະມີໂອກາດຍາດໄດ້ບັນດາລາງວັນທີ່ມີມູນຄ່າ.

ພາຍຫຼັງຜ່ານຮອບຄັດເລືອກແລ້ວ, ບັນດາທີມເຂົ້າຮ່ວມການແຂ່ງຂັນຮອບຊີງຊະນະເລີດຢູ່ລາວ ໂດຍ Viettel ອຸປະຖໍາຄ່າໃຊ້ຈ່າຍທັງໝົດ. ນອກຈາກລາງວັນດ້ວຍເງິນສົດແລ້ວ, 3 ທີມດີເດັ່ນທີ່ສຸດຍັງຍາດໄດ້ປີ້ເຂົ້າຮ່ວມຮອບຊີງຊະນະເລີດ VietChallenge, ການແຂ່ງຂັນ Startup ໃຫ້ຊາວຫວຽດນາມ ທົ່ວໂລກ ຢູ່ອາເມລິກາ ດ້ວຍລາງວັນທີ່ມີມູນຄ່າກວ່າ 1 ຕື້ດົ່ງ...

ໂດຍ: ທະນາພອນ