ເພື່ອໃຫ້ລູກຄ້ານຳໃຊ້ບໍລິການດີທີ່ສຸດ, Viettel ໄດ້ຍົກສູງກໍາລັງຄວາມສາມາດທາງເຄືອຂ່າຍອິນເຕີແນັດຢູ່ບັນດາເຂດຈັດຕັ້ງເຫດການຂອງປີນີ້ ຂຶ້ນທົບສາມເທົ່າເມື່ອທຽບໃສ່ວັນທຳມະດາ, ພ້ອມແລ້ວທີ່ຈະຕອບສະໜອງຄວາມຕ້ອງການນໍາໃຊ້ການບໍລິການຂອງລູກຄ້າເມື່ອມາກັບ DIFF 2019.

leftcenterrightdel
ວິສາວະກອນຂອງ Viettel ກວດກາຄຸນນະພາບຂອງເຄືອຂ່າຍກ່ອນທີ່ໄຂງານບຸນ. ພາບ: ແທັງຮ່າ.

ທ່ານ ຮ່າມີງຕ໊ວນ, ຮອງຜູ້ອຳນວຍການໃຫຍ່ Viettel Networks ໃຫ້ຮູ້ວ່າ: “ເລື່ອງຮັບປະກັນຄຸນນະພາບເຄືອຂ່າຍ, ການບໍລິການຮັບໃຊ້ລູກຄ້າຢູ່ງານບຸນຍິງບັ້ງໄຟດອກສາກົນ ປີ 2019 ໃຫ້ດີທີ່ສຸດ ນັ້ນແມ່ນຄວາມຮັບຜິດຊອບຂອງ Viettel ບໍ່ພຽງແຕ່ສໍາລັບລູກຄ້າເທົ່ານັ້ນ ຫາກທັງທົ່ວປະເທດອີກດ້ວຍ. ຍ້ອນເປັນເຈົ້າການໃນການກະກຽມ ແລະມີບົດຮຽນທີ່ສະສົມມາໄດ້ຜ່ານຫຼາຍເຫດການໃຫຍ່ ແລະການຍູ້ແຮງການໜູນໃຊ້ເຕັກໂນໂລຢີເຂົ້າການເຄື່ອນໄຫວຂຸດຄົ້ນເຄືອຂ່າຍ, Viettel ໃຫ້ຄໍາໝັ້ນສັນຍາວ່າ ຈະຮັບໃຊ້ລູກຄ້າດີທີ່ສຸດເມື່ອມາຊົມງານບຸນ DIFF 2019.”

ທີ່ງານບຸນ DIFF 2019, ເປັນຄັ້ງທໍາອິດທີ່ Viettel ນໍາໃຊ້ເຄື່ອງມື Viettel SON (Self Optimization Network) ໜູນໃຊ້ການໄຈ້ແຍກຂໍ້ມູນໃຫຍ່ (big data analytic) ເພື່ອຍົກສູງຄຸນນະພາບເຄືອຂ່າຍແບບອັດຕະໂນມັດໃຫ້ດີທີ່ສຸດ. ລູກຄ້າຍາມໃດກໍ່ໄດ້ຮັບຄຸນນະພາບບໍລິການດີທີ່ສຸດຢູ່ງານບຸນ, ເຫດການຕ່າງໆ.

ຕາມຄາດຄະເນຂອງ Viettel, ແຕ່ລະຄໍ່າຄືນໃນຂອບເຂດງານບຸນຍິງບັ້ງໄຟດອກສາກົນດ່ານັ໊ງ ປີນີ້ ຈະດຶງດູດແຂກມາຊົມປະມານ 140.000 ຄົນ, ໃນນັ້ນມີ 50% ແມ່ນຜູ້ນຳໃຊ້ບໍລິການຂອງ Viettel.

ໂດຍ: ກວຽດເຕິມ