leftcenterrightdel
ທ່ານພົນຈັດຕະວາ ເລດັງຢຸງ ຜູ້ຮັກສາການປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel  ກ່າວຄໍາເຫັນທີ່ພິທີ. ພາບ: ວັນຟອງ.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານພົນຈັດຕະວາ ເລດັງຢຸງ, ຜູ້ຮັກສາການປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ຢືນຢັນວ່າ ດ້ວຍພາລະກໍານໍາໜ້າສ້າງສັງຄົມດີຈີຕອນຢູ່ຫວຽດນາມ, Viettel ເຊື່ອໝັ້ນວ່າຕົນເອງຈະເປັນເຈົ້າຂອງບັນດາເຕັກໂນໂລຢີທີ່ທັນສະໄໝ. ກ່ຽວກັບດ້ານໂຄງລ່າງສ່ົງສັນຍານ, Viettel ໄດ້ຜັນຂະຫຍາຍເຕັກໂນໂລຢີເຊື່ອມຕໍ່ IoT ບົນພື້ນຖານ 4G LTE-M ແລະ NB-IoT ກາຍເປັນໜຶ່ງໃນ 50 ບໍລິສັດໂທລະຄົມມະນາຄົມທໍາອິດໃນໂລກທີ່ຜັນຂະຫຍາຍບັນດາເຕັກໂນໂລຢີນີ້.

ເຫດການນີ້ໄດ້ເປັນຂີດໝາຍເລື່ອງຫວຽດນາມ ກາຍເປັນໜຶ່ງໃນບັນດາປະເທດທໍາອິດທີ່ໄດ້ຜັນຂະຫຍາຍສໍາເລັດເຄືອຂ່າຍ 5G ໄວທີ່ສຸດຢູ່ໂລກ. ນີ້ແມ່ນເທື່ອທໍາອິດທີ່ຫວຽດນາມ ສາມາດພ້ອມກັບໂລກເປັນເຈົ້າຂອງ ແລະນໍາໃຊ້ເຕັກໂນໂລຢີໃໝ່ຫຼ້າສຸດ, ແມ່ນການຢືນຢັນບາດກ້າວເຕີບໃຫຍ່ຂອງກໍາລັງເຕັກນິກ Viettel.

leftcenterrightdel
ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ກ່າວຄໍາເຫັນອວຍພອນຜົນສໍາເລັດຂອງ Viettel. ພາບ: ວັນຟອງ.
leftcenterrightdel
ບັນດາຜູ້ແທນກົດປຸ່ມເປີດສະຫຼອງເຫດການປະຕິບັດການໂທຜ່ານເຄືອຂ່າຍ 5G ທຳອິດຂອງ Viettel. ພາບ: ວັນຟອງ.
leftcenterrightdel
ຄວາມໄວເຊື່ອມຕໍ່ເຄືອຂ່າຍໂທລະສັບມືຖື 5G ຂອງ Viettel ດ້ວຍອຸປະກອນຕົ້ນປາຍບັນລຸແຕ່ 1,5 ຫາ 1,7 Gbps. ພາບ: ວັນຟອງ.

ພາກພູມໃຈຕໍ່ຜົນສຳເລັດໃນເບື້ອງຕົ້ນຂອງ Viettel, ທີ່ພິທີໄຂ, ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ຮັບຮູ້ ແລະຕີລາຄາສູງຄວາມມານະພະຍາຍາມຂອງພະນັກງານ, ພາລະກອນກຸ່ມບໍລິສັດ Viettel ໃນໄລຍະສັ້ນໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອຜັນຂະຫຍາຍ, ເປັນເຈົ້າຂອງເຕັກໂນໂລຢີ ແລະບັນລຸໄດ້ໝາກຜົນຄືວັນນີ້. ຕາມແຜນການ, Viettel ຈະສືບຕໍ່ເປີດກວ້າງການທົດລອງເຄືອຂ່າຍໂທລະສັບມືຖື 5G ຢູ່ຮ່າໂນ້ຍ ແລະນະຄອນໂຮ່ຈີມິນ.

ໂດຍ: ເຈິ່ນຮວ່ຽນ