ຕາມ UN Women ແລ້ວ, ໃນໄລຍະຜ່ານມາ, ຫວຽດນາມ ໄດ້ຍູ້ແຮງວຽກງານໂຄສະນາລະຫວ່າງເພດເຂົ້າໃນການສ້າງ ແລະປະຕິບັດກົດໝາຍ, ປະກາດໃຊ້ໂຄງການ ແລະແຜນຮ່າງຢ່າງລະອຽດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ,  ຕ້ານ ແລະສະກັດກັ້ນການໃຊ້ຄວາມຮຸນແຮງບົນພື້ນຖານລະຫວ່າງເພດ; ຜັນຂະຫຍາຍບັນດາການເຄື່ອນໄຫວໂຄສະນາກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະຍົກສູງສິດອຳນາດຂອງແມ່ຍິງໃນທົ່ວສັງຄົມຢ່າງແຮງ. ບັນດາຄວາມມານະພະຍາຍາມນີ້ໄດ້ຊ່ວຍໃຫ້ບົດບາດ ແລະທີ່ຕັ້ງຂອງແມ່ຍິງຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງ.

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ເຖິງຢ່າງໃດກໍ່ຕາມ, ຍັງປະສົບກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍໃນວິວັດການປະຕິບັດ, ຄື: ຍັງຂາດຄວາມສະເໝີພາບລະຫວ່າງຍິງ-ຊາຍ, ຍັງເກີດມີບັນດາກໍລະນີນໍາໃຊ້ຄວາມຮຸນແຮງ ແລະທຳຮ້າຍຂົ່ມຂືນແມ່ຍິງ ແລະເດັກນ້ອຍຍິງ... ທ່ານນາງ Elisa Fernandez, ຫົວໜ້າຫ້ອງການ UN Women ປະຈຳ ຫວຽດນາມ ຢືນຢັນວ່າ, UN Women ເຊື່ອໝັ້ນວ່າ, ວິວັດການຕີລາຄາການປະຕິບັດໂຄງການກະທໍາປັກກິ່ງ ຈະນໍາມາເຊິ່ງກາລະໂອກາດທີ່ດີໃຫ້ແກ່ຫວຽດນາມໃນການປະຕິບັດບັນດາຄໍາໝັ້ນສັນຍາ ແລະການກະທໍາເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະມອບສິດໃຫ້ແກ່ແມ່ຍິງ. UN Women ຈະສືບຕໍ່ໜູນຊ່ວຍຫວຽດນາມໃນຂົງເຂດນີ້.

ໂດຍ: ເຈິ່ນຮວ່ຽນ