leftcenterrightdel
ເຄືອຂ່າຍ Viettel ໄດ້ຮັບການຄວບຄຸມດີທີ່ສຸດ ເພື່ອຮັບປະກັບບໍລິການດີທີ່ສຸດໃຫ້ລູກຄ້າ. ພາບ: ວັນຟອງ.

ຕາມນັ້ນແລ້ວ, ເຄືອຂ່າຍ Viettel ໄດ້ຜັນຂະຫຍາຍບາງວິທີການແກ້ໄຂຢ່າງລະອຽດ ຄື: ສົ່ງສັນຍານຢູ່ສະຖານີໃໝ່ 60 ແຫ່ງ, ເພີ່ມເຕີມອັງແຕນກວ່າ 200 ສາຍ... ຢູ່ບັນດາເຂດເຕົ້າໂຮມຫຼາຍຄົນ, ພິເສດແມ່ນສະຖານທີ່ດໍາເນີນງານບຸນ: ເຫດການໃຫຍ່ ຄື: ຍິງບັ້ງໄຟດອກ ຢູ່ຖູທຽມ, ເກື໊ຶອລໍ່, ເຊີ່ມເຊີນ, ໂດ່ເຊີນ, Carnaval ຮ້າລອງ...

ຕາມທ່ານ ດ່າວຊວນຫວູ, ຜູ້ອຳນວຍການໃຫຍ່ Viettel Networks, ເຖິງວ່າ ຮັບປະກັນໂຄງລ່າງເຄືອຂ່າຍໃນໂອກາດງານບຸນ, ເຫດການແມ່ນແຜນການປະຈໍາປີແລ້ວກໍ່ຕາມ, ແຕ່ຕໍ່ໜ້າທ່າອ່ຽງນໍາໃຊ້ຂໍ້ມູນນັບມື້ນັບເພີ່ມ ແລະຄວາມຮຽກຮ້ອງຂອງລູກຄ້ານັບມື້ນັບສູງ, Viettel ກໍານົດຕ້ອງຍົກສູງຄຸນນະພາບເຄືອຂ່າຍຢ່າງຕໍ່ເນື່ອງ, ພິເສດແມ່ນເຄືອຂ່າຍ 4G ແລະໃຫ້ຄໍາໝັ້ນສັນຍາຈະນໍາມາເຊິ່ງຄຸນນະພາບບໍລິການດີທີ່ສຸດໃຫ້ລູກຄ້າ Viettel, ນັບທັງໃນຈຸດເວລາ ແລະໃນເຫດການທີ່ມີຫຼາຍຄົນນຳໃຊ້.

leftcenterrightdel
ເຕັກນິກຂອງ VNPT ຜັນຂະຫຍາຍຫຼາຍມາດຕະການແນໃສ່ຮັບປະກັນຄຸນນະພາບເຄືອຂ່າຍ. ພາບ: ວັນຟອງ.

ໃນຂະນະນັ້ນ, ເຄືອຂ່າຍ VinaPhone ກໍ່ໄດ້ກວດກາຕີລາຄາກໍາລັງຄວາມສາມາດ, ລະບົບ ເພື່ອຍົກສູງຄຸນນະພາບບໍລິການ, ການເຂົ້າຮ່ວມຂອງລູກຄ້າ, ເພີ່ມຄວາມໄວຢູ່ບັນດາເຂດໃຈກາງ, ສະຖານທີ່ດໍາເນີນເຫດການ, ສະຖານທີ່ທ່ອງທ່ຽວ.

ໂດຍ: ຄໍາແພງ