ບໍລິສັດຄວາມໝັ້ນຄົງທາງອິນເຕີແນັດ Viettel ມີໜ້າທີ່ຄົ້ນຄວ້າ, ພັດທະນາບັນດາວິທີການ, ສະໜອງຜະລິດຕະພັນ, ບໍລິການຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານ...

leftcenterrightdel
ທ່ານພົນຈັດຕະວາ ເລດັງຢູງ ກ່າວຄໍາເຫັນທີ່ພິທີ. ພາບ: ຟ້າມກວາງ.

ປະຈຸບັນບັນດາຜະລິດຕະພັນຂອງບໍລິສັດຄວາມໝັ້ນຄົງທາງອິນເຕີແນັດ Viettel ສຸມໃສ່ບັນດາຜະລິດຕະພັນ ຄື: ລະບົບຄວບຄຸມຄວາມປອດໄພດ້ານຂໍ້ມູນຂ່າວສານລວມ (SOC); ລະບົບຄວບຄຸມ ແລະປ້ອງກັນເຄືອຂ່າຍໂທລະຄົມມະນາຄົມ.... ແລະບັນດາກຸ່ມບໍລິການຕົ້ນຕໍ ຄື: ບໍລິການຄວບຄຸມ ແລະແກ້ໄຂບັນດາອຸບັດຕິເຫດກ່ຽວກັບຄວາມປອດໄພດ້ານຂໍ້ມູນຂ່າວສານ 24/7, ບໍລິການກວດກາ ແລະຕີລາຄາຄວາມປອດໄພດ້ານຂໍ້ມູນຂ່າວສານໃຫ້ແກ່ລະບົບ ແລະແອັບພຼີເຄຊັນ... ບັນດາຜະລິດຕະພັນທັງໝົດນີ້ລ້ວນແຕ່ໄດ້ຮັບການຄົ້ນຄວ້າ, ພັດທະນາຈາກຖັນແຖວພະນັກງານຂອງບໍລິສັດ. ມີຫຼາຍຜະລິດຕະພັນໄດ້ຮັບລາງວັນກຽດຕິສັກຂອງໂລກ ຄື: ລາງວັນທອງ IT World Awards 2016, ລາງວັນເງິນ Stevie Awards 2017...

leftcenterrightdel
ບັນດາຜູ້ແທນປະຕິບັດພິທີການເປີດບໍລິສັດຄວາມໝັ້ນຄົງທາງອິນເຕີແນັດ Viettel. ພາບ: ຟ້າມກວາງ.

ກ່າວຄໍາເຫັນທີ່ພິທີ, ທ່ານພົນຈັດຕະວາ ເລດັງຢູງ ຮັກສາການປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມ (Viettel) ໃຫ້ຮູ້ວ່າ  “Viettel ຕົກລົງສ້າງຕັ້ງບໍລິສັດຄວາມໝັ້ນຄົງທາງອິນເຕີແນັດ ເພື່ອແນໃສ່ໃຫ້ຄໍາໝັ້ນສັນຍາ, ບໍ່ພຽງແຕ່ບັນດາບໍລິການໃຫ້ສ່ວນບຸກຄົນເທົ່ານັ້ນ, ຫາກທຸກໆຜະລິດຕະພັນ, ບໍລິການຂອງ Viettel ທີ່ສະໜອງໃຫ້ບັນດາອົງການຈັດຕັ້ງ, ວິສາຫະກິດລ້ວນແຕ່ຕ້ອງມີມາດຕະຖານສູງສຸດກ່ຽວກັບຄວາມປອດໄພດ້ານຂໍ້ມູນຂ່າວສານ, ຄວາມໝັ້ນຄົງອິນເຕີແນັດອີກດ້ວຍ...”.

ໂດຍ: ກວຽດເຕິມ