leftcenterrightdel
ທ່ານ ເລເຕິ໊ນຢຸ້ງ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ ກ່າວຄໍາເຫັນທີ່ພິທີ. ພາບ: molisa.gov.vn.

ໃນຂອບເຂດລາຍການ, ຄະນະຊີ້ນໍາເດືອນກະທໍາກ່ຽວກັບຄວາມປອດໄພ, ສຸຂະອະນາໄມແຮງງານສູນກາງ ໄດ້ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ, ຜູ້ອອກແຮງງານ ສືບຕໍ່ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້ໃນປີ 2018. ພ້ອມທັງວາງອອກບັນດາມາດຕະການທີ່ລະອຽດເພື່ອແກ້ໄຂບັນດາຂໍ້ຄົງຂ້າງ, ຈໍາກັດ; ເປັນເຈົ້າການໃນການປ້ອງກັນຕ້ານອຸບັດເຫດແຮງງານ, ພະຍາດອາຊີບ ແລະກໍ່ສ້າງວັດທະນະທໍາຄວາມປອດໄພ, ສຸຂະອະນາໄມແຮງງານໃນວິສາຫະກິດ, ອົງການຈັດຕັ້ງ. ທີ່ພິທີ, ທ່ານ ເລເຕິ໊ນຢຸ້ງ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ ໄດ້ມອບໃບຍ້ອງຍໍຂອງນາຍົກລັດຖະມົນຕີ ໃຫ້ແກ່ 3 ໝູ່ຄະນະ ແລະ2 ບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານຮັບປະກັນຄວາມປອດໄພ, ສຸຂະອະນາໄມແຮງງານ.

ໂດຍ: ໄຊຊະນະ