ນີ້ກໍ່ແມ່ນປີທີສາມຢ່າງລຽນຕິດນັບແຕ່ປີ 2017, ຈໍານວນຜະລິດຕະພັນຂອງ Viettel ໄດ້ຮັບລາງວັນແມ່ນເພີ່ມຂຶ້ນເທື່ອລະກ້າວ. ປີນີ້, Viettel ໄດ້ຂ້າມຜ່ານ 96 ວິສາຫະກິດທີ່ສົ່ງຜະລິດຕະພັນເຂົ້າຮ່ວມ, ຮັກສາຖານະບົດບາດເປັນຫົວໜ່ວຍມີຫຼາຍຜະລິດຕະພັນ, ບໍລິການໄດ້ຮັບການເຊີດຊູທີ່ສຸດໃນການແຂ່ງຂັນນີ້.

12 ຜະລິດຕະພັນຂອງ Viettel ທີ່ໄດ້ຮັບການເຊີດຊູແມ່ນບັນດາຜະລິດຕະພັນສໍາຄັນ, ຈຸດສຸມໃນຍຸດທະສາດນໍາໜ້າກາຍເປັນບໍລິສັດສະໜອງບໍລິການດີຈີຕອນຂອງກຸ່ມບໍລິສັດ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ກຸ່ມບໍລິສັດນີ້ພວມສືບຕໍ່ຮັກສາຖານະບົດບາດນໍາໜ້າດ້ວຍບັນດາການປະກອບສ່ວນໃນການຫັນປ່ຽນດີຈີຕອນຢູ່ຫວຽດນາມ.

leftcenterrightdel
ຜູ້ຕາງໜ້າ Viettel ຮັບລາງວັນຊາວເຄວ ປີ 2019. ພາບ: ແທັງຮ່າ.

ໃນຂະນະນັ້ນ, ຜະລິດຕະພັນລະບົບສົ່ງຂ່າວປ່າວເຕືອນໄພທໍາມະຊາດຂອງ Viettel ນອນໃນທອັບ 10 ຜະລິດຕະພັນດີເດັ່ນທີ່ສຸດຂອງຊາວເຄວ ປີ 2019. ຜະລິດຕະພັນນີ້ນອນໃນທອັບ 10 ໄດ້ຮັບການຕີລາຄາດ້ວຍບັນດາມາດຖານກ່ຽວກັບລັກສະນະທີ່ເປັນເອກະລັກສະເພາະ, ມີປະສິດທິຜົນ, ນໍາໜ້າໃນການປະຕິວັດອຸດສາຫະກຳ 4.0.

ຊາວເຄວ ແມ່ນລາງວັນປະຈໍາປີໄດ້ສ້າງຕັ້ງແຕ່ປີ 2003 ໂດຍສະຫະພັນຊອັບແວ ແລະບໍລິການເຕັກໂນໂລຢີຂໍ້ມູນຂ່າວສານຫວຽດນາມ (VINASA), ສະຫງວນໃຫ້ບັນດາຜະລິດຕະພັນຊອັບແວ, ບໍລິການເຕັກໂນໂລຢີຂໍ້ມູນຂ່າວສານດີເດັ່ນຂອງວິສາຫະກິດພາຍໃນປະເທດ. ນາມມະຍົດຊາວເຄວ ປີ 2019 ເອົາໃຈໃສ່ເປັນພິເສດເຖິງບັນດາຜະລິດຕະພັນສວມບົດບາດນໍາໜ້າຊຸກຍູ້ການຫັນປ່ຽນດີຈີຕອນຢູ່ຫວຽດນາມ.

ໂດຍ: ຄໍາແພງ