ລະດັບຄວາມໄວໃນການເຊື່ອມຕໍ່ທົດລອງແມ່ນລະຫວ່າງ 600 – 700Mbps - ເທົ່າກັບລະດັບຄວາມໄວຂອງເຄືອຂ່າຍ 5G Verizon (ອາເມລິກາ). ປັດຈຸບັນ, ຖັນແຖວນັກເຕັກນິກຂອງ Viettel ໄດ້ດໍາເນີນການກວດກາດ້ານເຕັກນິກໃນພູມີປະເທດຕົວຈິງ, ລວມມີການຕີລາຄາກ່ຽວກັບຄວາມສາມາດເໝາະສົມກັນ, ຕີລາຄາເຂດປົກຄຸມດີທີ່ສຸດໃຫ້ລະດັບຄວາມໄວ, ການບໍລິການແຕກຕ່າງກັນ.

leftcenterrightdel
ສະຖານີສົ່ງສັນຍານ 5G ຂອງ Viettel. ພາບ: ວັນຟອງ.

ທ່ານພັນເອກ ຕ່າວດຶກຖັ໊ງ, ຮອງຜູ້ອໍານວຍການກຸ່ມບໍລິສັດ Viettel ຢັ້ງຢືນວ່າ: “Viettel ຕັ້ງເປົ້າໝາຍນໍາໜ້າໃນການພັດທະນາ ແລະຜັນຂະຫຍາຍບັນດາເຕັກໂນໂລຢີໃໝ່ຫຼ້າສຸດ, ໃນນັ້ນມີເຕັກໂນໂລຢີ 5G ຄົບຊຸດກັບບັນດາບໍລິສັດໂທລະຄົມມະນາຄົມແຖວໜ້າໃນໂລກ ເພື່ອຮັບໃຊ້ໃຫ້ຍຸດທະສາດຫັນປ່ຽນດີຈີຕອນຂອງຫວຽດນາມ, ກຽມພ້ອມໃຫ້ການປະຕິວັດອຸດສາຫະກໍາ 4.0. ບັນດານັກວິສະວະກອນຄົ້ນຄວ້າພັດທະນາ 5G ຂອງ Viettel ກຳລັງຄົ້ນຄວ້າ, ເປັນເຈົ້າຂອງເຕັກໂນໂລຢີ, ປະດິດຄິດສ້າງ ແລະພັດທະນາຜະລິດຕະພັນສະຖານີສົ່ງສັນຍານ 5G Viettel”.

ໂດຍ: ທູຈາງ