leftcenterrightdel
ຄະນະຈັດຕັ້ງມອບຂອງຂວັນ ແລະທຶນການສຶກສາໃຫ້ແກ່ພວກນ້ອງນັກຮຽນໂຮງຮຽນມັດທະຍົມຕອນຕົ້ນແທັກໂຫຼຍ. ພາບ: qdnd.vn

ທີ່ການແຂ່ງຂັນ, ພວກນ້ອງນັກຮຽນໄດ້ຊອກຮູ້: ເອກະສານຂອງລັດກ່ຽວກັບອະທິປະໄຕທະເລ, ໝູ່ເກາະ; ກົດໝາຍວ່າດ້ວຍຕໍາຫຼວດທະເລ; ພາລະບົດບາດ, ໜ້າທີ່, ສິດອໍານາດ, ມູນເຊື້ອ ແລະໝາກຜົນແຫ່ງການປະຕິບັດໜ້າທີ່ຂອງຕໍາຫຼວດທະເລ... ຜ່ານ 25 ຄໍາຖາມ, ຄະນະຈັດຕັ້ງໄດ້ມອບ 1 ລາງວັນທີ 1,  1 ລາງວັນທີ 2 ແລະ 1 ລາງວັນທີ 3 ໃຫ້ແກ່ນັກຮຽນທີ່ຕອບໄດ້ດີທີ່ສຸດ.

leftcenterrightdel
ການນໍາກອງບັນຊາການຕໍາຫຼວດທະເລ ມອບຂອງຂວັນໃຫ້ແກ່ບັນດາຄອບຄົວນະໂຍບາຍຕາແສງ ແທັກໂຫຼຍ. ພາບ: qdnd.vn.

ໂດຍນອນໃນບັນດາການເຄື່ອນໄຫວຂອງລາຍການ, ຄະນະຈັດຕັ້ງໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ 14 ຄອບຄົວເປົ້າໝາຍນະໂຍບາຍ (ແຕ່ລະພູດມີມູນຄ່າ 1 ລ້ານດົ່ງ) ແລະມອບລົດຖີບຈໍານວນ 10 ຄັນ, ທຶນການສຶກສາຈໍານວນ 20 ທຶນ (ທຶນລະ 1 ລ້ານດົ່ງ) ພ້ອມດ້ວຍຂອງຂວັນອື່ນອີກໃຫ້ແກ່ນັກຮຽນທຸກຍາກແຕ່ຮຽນເກັ່ງຂອງໂຮງຮຽນປະຖົມ, ໂຮງຮຽນມັດທະຍົມຕອນຕົ້ນຕາແສງແທັກໂຫຼຍ ແລະທ້ອງຖິ່ນ. 

ໂດຍ: ໄຊຊະນະ