leftcenterrightdel
ທ່ານພົນຈັດຕະວາ ເລດັງຢຸງ ຮັກສາການປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ກ່າວຄໍາເຫັນທີ່ພິທີ. ພາບ: ວັນຟອງ.

ກ່າວຄໍາເຫັນທີ່ພິທີ, ທ່ານພົນຈັດຕະວາ ເລດັງຢຸງ, ຮັກສາການປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ຢືນຢັນວ່າ, ເພື່ອເລືອກເຟັ້ນ 8 ໝູ່ຄະນະ  ແລະ 8 ຄົນທີ່ມີຜົນງານດີເດັ່ນໃນປີຈາກຫຼາຍຮ້ອຍຫົວໜ່ວຍ, ພາກສ່ວນ ແລະພະນັກງານ, ພາລະກອນ 50.000 ຄົນ, ສະພາແຂ່ງຂັນ-ຍ້ອງຍໍໄດ້ກວດກາໃນຫຼາຍຂັ້ນ, ທາບທາມຄວາມເຫັນຂອງພະນັກງານ, ພາລະກອນໃນກຸ່ມບໍລິສັດໂດຍຜ່ານການເລືອກເຟັ້ນໃນ Viettelfamily. ຄຽງຂ້າງບັນດາສ່ວນບຸກຄົນ, ໝູ່ຄະນະທີ່ໄດ້ຮັບຮອງວ່າເປັນດາລາ Viettel ແລ້ວ, ປີ 2018 ກໍ່ເປັນສັນຍາລັກ, ເຈດຈໍານົງ, ຄວາມເຊື່ອໝັ້ນພິຊິດບັນດາ ວຽກງານທີ່ຫຍຸ້ງຍາກເພື່ອປະກອບສ່ວນເລີ່ມຜັນຂະຫຍາຍ Viettel 4.0 – Viettel ສ້າງສັງຄົມດີຈີຕອນ.

ຈໍານວນເງິນທີ່ Viettel ສະຫງວນໃຫ້ລາງວັນ Viettel’s Stars ແມ່ນ 2,4 ຕື້ດົ່ງ. ສຳລັບບຸກຄົນທີ່ໄດ້ຮັບຍ້ອງຍໍ, ນອກຈາກໄດ້ຮັບເງິນລາງວັນແລ້ວ, ຍັງໄດ້ໄປປະຕິບັດງານ, ຮໍ່າຮຽນຢູ່ຕ່າງປະເທດອີກ.

leftcenterrightdel
ການນໍາກຸ່ມບໍລິສັດມອບລາງວັນໃຫ້ແກ່ບັນດາໝູ່ຄະນະທີ່ດີເດັ່ນ. ພາບ: ວັນຟອງ.
leftcenterrightdel
8 ຄົນທີ່ດີເດັ່ນໃນພິທີຍ້ອງຍໍ. ພາບ: ວັນຟອງ.
leftcenterrightdel
ການນໍາກຸ່ມບໍລິສັດຖ່າຍຮູບຮ່ວມກັບໝູ່ຄະນະເປັນແບບຢ່າງທີ່ດີເດັ່ນ Viettel ທົ່ວໂລກ. ພາບ: ວັນຟອງ.

ທີ່ພິທີ, ທ່ານພົນຈັດຕະວາ ເລດັງຢຸງ ຫວັງວ່າ : "ປີ 2019, ພວກເຮົາຈະແຂ່ງຂັນກັນປະດິດສ້າງ, ອອກແຮງງານຢ່າງແຮງທີ່ສຸດເມື່ອທຽບໃສ່ 30 ປີຜ່ານມາ. ແຕ່ລະຄົນ, ແຕ່ລະຫົວໜ່ວຍ, ອີງຕາມວຽກງານຂອງຕົນ, ຈົ່ງວາງເປົ້າໝາຍສູງກວ່າໃຫ້ແກ່ຕົວ, ຕ້ອງບຸກທະລຸໃນວິທີເຮັດ, ຕ້ອງເປີດກວ້າງສະພາບແວດລ້ອມແຫ່ງການດຳລົງຊີວິດ. ນັ້ນແມ່ນກຳລັງໜູນນໍາມາເຊິ່ງຜົນສຳເລັດໃຫ້ແກ່ພວກເຮົາ".

ໂດຍ: ເຈິ່ນຮວ່ຽນ