leftcenterrightdel
Viettel ກຽມພ້ອມຮັບໃຊ້ຄວາມຕ້ອງການນໍາໃຊ້ບໍລິການ 4G ໃນໂອກາດງານບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ. ພາບ: ictnews.vn.

ຄາດຄະເນວ່າປະລິມານຜູ້ເຂົ້າຮ່ວມບັນດາເຫດການນີ້ ຈະເພີ່ມຂຶ້ນເຖິງ 40% ເມື່ອທຽບໃສ່ປີ 2018, ຄວາມຕ້ອງການບໍລິການໂທລະສັບຄາດວ່າຈະເພີ່ມຂຶ້ນ 2 ເທົ່າ, ຄວາມຕ້ອງການນໍາໃຊ້ດາຕ້າເພີ່ມຂຶ້ນ 2.5 ເທົ່າ ແລະປະລິມານດາດ້າທາງເຄືອຂ່າຍ 4G ຂອງ Viettel ຈະເພີ່ມຂຶ້ນ 3.5 ເທົ່າ ເມື່ອທຽບໃສ່ໂອກາດງານບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ ປີ 2018. ເພື່ອຮັບປະກັນບໍ່ໃຫ້ເຄືອຂ່າຍມີບັນຫາຕິດຂັດ,  Viettel ໄດ້ຜັນຂະຫຍາຍລົດເຄື່ອນທີ່ກະຈາຍຄື້ນ 15 ຄັນ, ອຸປະກອນກະຈາຍຄື້ນ wifi 60 ຊຸດ, ເພີ່ມອັງແຕນ, ສະຖານີໃໝ່ຕື່ມອີກ ພ້ອມກັບມາດຕະການດ້ານເຕັກນິກອື່ນໆ ເພື່ອຍົກສູງຄຸນນະພາບເຄືອຂ່າຍຢູ່ເຂດດໍາເນີນບັນດາເຫດການໃຫຍ່ຢູ່ແຂວງຝູທໍ້.

ໂດຍ: ທູຈາງ