ກ່າວຄໍາເຫັນທີ່ລາຍການ, ທ່ານ ຫງວຽນງອັກເລືອງ ເລຂາສູນກາງຊາວໜຸ່ມໄດ້ເນັ້ນໜັກວ່າ: “ການເສັງແມ່ນການເຄື່ອນໄຫວເພື່ອແນໃສ່ໂຄສະນາສຶກສາໃຫ້ແກ່ຄົນຮຸ່ນໜຸ່ມກ່ຽວກັບນໍ້າໃຈຮັກຊາດ, ຄວາມຮັກທະເລໝູ່ເກາະ, ປຸກລຸກສະຕິຄວາມຮັບຜິດຊອບຂອງໄວໜຸ່ມໃນການປົກປັກຮັກສາອະທິປະໄຕທະເລໝູ່ເກາະ, ເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມ, ປົກປັກຮັກສາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງປະເທດໃຫ້ໝັ້ນຄົງ.

leftcenterrightdel
ສະມາຊິກຊາວໜຸ່ມ, ຊາວໜຸ່ມມອບເສື້ອຊູຊີບໃຫ້ແກ່ປະຊາຊົນຢູ່ເມືອງຝູກວກ. ພາບ: qdnd.vn.

“ທະເລໝູ່ເກາະຫວຽດນາມ” ແມ່ນການເສັງປາລະໄນຜ່ານທາງອິນເຕີແນັດ ທີ່ໄດ້ເປີດການສອບເສັງໃນເວລາ 13 ໂມງ 30 ນາທີ ແລະເວລາ 20 ໂມງ 30 ນາທີ ໃນແຕ່ລະວັນຢູ່ໜ້າເວັບໄຊ biendaovietnam.org.vn ແລະແອບພຼີເຄຊັນໂທລະສັບມືຖື (ແອັບ) "Ereka", ຮັບລາງວັນຜ່ານໂປຼແກຼມຂອງທະນາຄານດີຈີຕອນ ViettelPay. ເວລາຈັດຕັ້ງການເສັງແມ່ນຕັ້ງແຕ່ວັນທີ 8 ເມສາ ຫາວັນທີ 12 ພຶດສະພາ 2019, ເຊິ່ງແບ່ງການສອບເສັງເປັນ 5 ອາທິດ.

ຕາມນັ້ນແລ້ວ, ເປົ້າໝາຍເຂົ້າຮ່ວມການສອບເສັງແມ່ນພົນລະເມືອງຫວຽດນາມ ມີອາຍຸແຕ່ 18 ປີ ຫາ 35 ປີ ຢູ່ພາຍໃນ ແລະຢູ່ຕ່າງປະເທດ. ເນື້ອໃນຂອງການສອບເສັງແມ່ນກ່ຽວຂ້ອງເຖິງບັນດາຂໍ້ມູນຂ່າວສານ, ຄວາມຮູ້ໂດຍພື້ນຖານກ່ຽວກັບຈຸດພິເສດ, ສະພາບການທະເລໝູ່ເກາະຫວຽດນາມ; ບົດບາດ, ຖານະ,  ລະດັບຄວາມສຳຄັນຂອງທະເລໝູ່ເກາະໃນຍຸດທະສາດພັດທະນາເສດຖະກິດ-ສັງຄົມ; ຂໍ້ກໍານົດຂອງກົດໝາຍວ່າດ້ວຍການຄຸ້ມຄອງ, ປົກປັກຮັກສາ, ພັດທະນາຊັບພະຍາກອນ, ສິ່ງແວດລ້ອມທະເລໝູ່ເກາະແບບຍືນຍົງ.

ໂດຍ: ຈາງຫງວຽນ