ນີ້ແມ່ນບັນດາຜູ້ສອບເສັງດີເລີດໄດ້ຜ່ານຮອບຄັດເລືອກມາ ເຊິ່ງໄດ້ຈັດຕັ້ງໃນວັນທີ 24 ມີນາ ຜ່ານມາເພື່ອຍາດເອົາສິດເຂົ້າແຂ່ງຂັນໃນຮອບຊີງຊະນະເລີດ. ການເສັງມີ 3 ເນື້ອໃນຕົ້ນຕໍແມ່ນ Microsoft Word, Microsoft Excel, Microsoft PowerPoint.

ທີ່ການເສັງປີ 2019, ໄປຄຽງຄູ່ກັບລາງວັນຂອງການເສັງລວມມີລາງວັນທີໜຶ່ງ 3 ລາງວັນ, ລາງວັນທີສອງ 6 ລາງວັນ, ລາງວັນທີສາມ 9 ລາງວັນ, ລາງວັນຊົມເຊີຍ 45 ລາງວັນ ແລະ 3 ລາງວັນແງ່ຫວັງໃຫ້ 3 ເນື້ອໃນການເສັງດ້ວຍມູນຄ່າທັງໝົດກວ່າ 1 ຕື້ດົ່ງ ແລ້ວ; Viettel ຍັງອຸປະຖໍາຈ່າຍຄ່າງົບປະມານເຂົ້າຮ່ວມຮອບຊີງຊະນະເລີດໂລກຢູ່ອາເມລິກາ ດ້ວຍມູນຄ່າ 80 ລ້ານດົ່ງໃຫ້ແກ່ທູດ MOS 2019 ແຕ່ລະຄົນຕື່ມອີກ.

leftcenterrightdel
ບັນດາຜູ້ສອບເສັງຮອບຊີງຊະນະເລີດລະດັບຊາດການເສັງຄອມພິວເຕີຫ້ອງການຊິງແຊ໋ມໂລກ - Viettel 2019. ພາບ: ຫງວຽນຖຸຍ.

ບັນດາຜູ້ເຂົ້າຮ່ວມການເສັງທັງໝົດຈະມີໂອກາດໄດ້ຮັບໃບຢັ້ງຢືນສາກົນ MOS ໂດຍຜູ້ອໍານວຍການ Microsoft ໂລກ ເປັນຜູ້ລົງນາມ. ພິເສດ, ບັນດາຜູ້ຊະນະເລີດລະດັບຊາດທີ່ເຂົ້າຮ່ວມຮອບຊີງຊະນະເລີດໂລກ ຈະມີໂອກາດຍາດລາງວັນທີໜຶ່ງມີມູນຄ່າ 7.000 ໂດລາສະຫະລັດ, ລາງວັນທີສອງມີມູນຄ່າ 3.500 ໂດລາສະຫະລັດ ແລະລາງວັນທີສາມມີມູນຄ່າ 1.500 ໂດລາສະຫະລັດ... ຢູ່ນະຄອນນິວຢອກ, ອາເມລິກາ.

ທ່ານ ດວ່ານຮົ່ງນາມ, ປະທານອົງການຈັດຕັ້ງການສຶກສາ IIG ຫວຽດນາມ-ຫົວໜ້າຄະນະຈັດຕັ້ງລະດັບຊາດຂອງການເສັງໃຫ້ຂໍ້ສັງເກດວ່າ: “ການເສັງໄດ້ປະກອບສ່ວນຊຸກຍູ້ຂະບວນການຮໍ່າຮຽນຄອມພິວເຕີຕາມມາດຕະຖານສາກົນຢູ່ຂັ້ນມັດທະຍົມຕອນປາຍ ແລະມະຫາວິທະຍາໄລໃນທົ່ວປະເທດ...”.

ພິທີສະຫຼຸບ ແລະມອບລາງວັນລະດັບຊາດຂອງການເສັງຄອມພິວເຕີຫ້ອງການຊິງແຊ໋ມໂລກ - Viettel 2019 ຄາດຄະເນຈະໄດ້ດໍາເນີນໃນກາງເດືອນພຶດສະພາ 2019.

ໂດຍ: ຫງວຽນກຸກ