leftcenterrightdel
ທ່ານ ຫງວຽນແທງນາມ - CEO  ຂອງບໍລິສັດ Mytel. ພາບ: vov.vn 

ຜູ້ສະເໜີເຂົ້າຊິງທີໜຶ່ງແມ່ນທ່ານ ຫງວຽນແທງນາມ, CEO ຂອງບໍລິສັດ Mytel (ເຄື່ອງໝາຍການຄ້າຂອງ Viettel ຢູ່ມຽນມາ) ໄລຍະແຕ່ປີ 2017-2018. ປັດຈຸບັນ, ທ່ານ ຫງວຽນແທງນາມ ແມ່ນຮອງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel. ໃນໄລຍະທີ່ທ່ານ ຫງວຽນແທງນາມ ນໍາພາດ້ວຍຖານະເປັນຜູ້ອໍານວຍການໃຫຍ່, Mytel ບັນລຸເປົ້າໝາຍລູກຄ້າໄດ້ 1 ລ້ານຄົນຢ່າງວ່ອງໄວພາຍຫຼັງມື້ເປີດການນໍາໃຊ້ 10 ວັນ. ໃນຊ່ວງທີ່ສະໜອງການບໍລິການຢ່າງເປັນທາງການນັ້ນ ເຄືອຂ່າຍມືຖືນີ້ກໍ່ສືບຕໍ່ບັນລຸເປົ້າໝາຍລູກຄ້າໄດ້ 5 ລ້ານຄົນ ໃນຮອບເວລາພຽງແຕ່ 7 ເດືອນເທົ່ານັ້ນ - ເຊິ່ງແມ່ນຕົວເລກຍາກທີ່ຈະມີເຄືອຂ່າຍມືຖືໃດໃນໂລກບັນລຸໄດ້.

leftcenterrightdel
ທ່ານ  ເຈິ່ນວັນບັ່ງ - ຜູ້ອໍານວຍການໃຫຍ່ Telemor (ເຄື່ອງໝາຍການຄ້າຂອງ Viettel ຢູ່ ຕີມໍຕາເວັນອອກ). ພາບ: vov.vn

ຜູ້ສະເໜີເຂົ້າຊິງທີສອງ ແມ່ນທ່ານ ເຈິ່ນວັນບັ່ງ, ຜູ້ອໍານວຍການໃຫຍ່ Telemor (ເຄື່ອງໝາຍການຄ້າຂອງ Viettel ຢູ່ຕີມໍຕາເວັນອອກ). ປັດຈຸບັນ, ການແຂ່ງຂັນຊິງລາງວັນ Telecom Asia Awards 2019 ກໍາລັງໄດ້ຮັບການໂຫວດທາງອອນລາຍ ແລະເວລາຂອງການໂຫວດ ຈະປິດຢ່າງເປັນທາງການໃນເວລາ 17 ໂມງ 00 ນາທີ ຂອງວັນທີ 18 ເມສາ 2019 (ຕາມເວລາຫວຽດນາມ). ນີ້ແມ່ນຄັ້ງທໍາອິດທີ່ມີຄົນຫວຽດນາມເຂົ້າຮ່ວມການແຂ່ງຂັນຢູ່ໃນລະດັບພາກພື້ນເພື່ອເຊີດຊູກຳລັງຄວາມສາມາດຄຸ້ມຄອງໃນຂົງເຂດເຕັກໂນໂລຢີສູງ.

ໂດຍ: ໄຊຊະນະ