ເວທີປາໄສ ໂດຍ ກະຊວງການເງິນ, ທະນາຄານໂລກ, ອົງການການເງິນສາກົນ ແລະຮ່ວມສໍາພັນເວທີປາໄສວິສາຫະກິດຫວຽດນາມ ສົມທົບກັນຈັດຕັ້ງ.
ກ່າວຄໍາເຫັນທີ່ເຫດການ, ທ່ານ ຟ້າມມິງຈິ໊ງ ຖືວ່າ ການຍູ້ແຮງການພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນແມ່ນຄວາມຮຽກຮ້ອງຕ້ອງການ, ແມ່ນຄວາມຮຽກຮ້ອງແບບບັງຄັບ, ສອດຄ່ອງກັບທ່າອ່ຽງພັດທະນາ. ການພັດທະນາເສດຖະກິດດີຈີຕອນຕ້ອງຕິດພັນກັບເສດຖະກິດສີຂຽວ, ເສດຖະກິດໝູນວຽນ; ປະກອບສ່ວນກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ມີເນື້ອແທ້, ມີປະສິດທິຜົນ...
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ເວທີປາໄສວິສາຫະກິດຫວຽດນາມ ປະຈໍາປີ 2025. ພາບ: ສໍານັກຂ່າວສານຫວຽດນາມ |
ຫວຽດນາມ ສຸມໃສ່ຮັກສາສະຖຽນລະພາບທາງດ້ານການເມືອງ ແລະຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ; ຍູ້ແຮງ 3 ບຸກທະລຸກ່ຽວກັບລະບອບລະບຽບການ, ໂຄງລ່າງ, ລວມມີໂຄງລ່າງແຂງ, ໂຄງລ່າງອ່ອນ, ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ດ້ວຍລະບອບລະບຽບການລຸລ່ວງ, ການບໍລິຫານອັດສະລິຍະ; ສ້າງໂຄງປະກອບເສດຖະກິດຄືນໃໝ່ຕິດພັນກັບການປ່ຽນແປງໃໝ່ຮູບການເຕີບໂຕ; ຄວາມໝັ້ນຄົງດ້ານເສດຖະກິດມະຫາພາກ, ຊຸກຍູ້ການເຕີບໂຕ; ຮັບປະກັນຄວາມດູນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ; ເຊື່ອມຕໍ່ພື້ນຖານເສດຖະກິດຫວຽດນາມ ກັບບັນດາປະເທດໃນໂລກ, ລະຫວ່າງວິສາຫະກິດຫວຽດນາມ ກັບວິສາຫະກິດລົງທຶນໂດຍກົງຕ່າງປະເທດ (FDI), ລະຫວ່າງວິສາຫະກິດຫວຽດນາມ ກັບວິສາຫະກິດໃນໂລກ.
ທ່ານນາຍົກລັດຖະມົນຕີ ສະເໜີບັນດາວິສາຫະກິດເສີມຂະຫຍາຍບົດບາດນໍາໜ້າ, ຊັກຈູງໃນການປະຕິບັດບັນດາເປົ້າໝາຍຫັນເປັນສີຂຽວ; ເຊື່ອມຕໍ່, ໜູນຊ່ວຍໃນວິວັດການພັດທະນາ; ພັດທະນາແບບຍືນຍົງຕາມມາດຖານ ESG (ສິ່ງແວດລ້ອມ-ສັງຄົມ); ຍົກສູງລະດັບຄວາມຮັບຮູ້, ບົດບາດ, ຄວາມຮັບຜິດຊອບສັງຄົມຕໍ່ກັບບັນຫາກ່ຽວກັບສິ່ງແວດລ້ອມກວ່າອີກ ແລະການເຕີບໂຕສີຂຽວ, ຕັ້ງໜ້າເຂົ້າຮ່ວມປະກອບຄໍາເຫັນໃນການກ່ໍສ້າງ, ປະຕິບັດໃຫ້ສົມບູນແບບ, ປະຕິບັດກົດໝາຍວ່າດ້ວຍສິ່ງແວດລ້ອມ, ເສດຖະກິດສີຂຽວ ແລະພັດທະນາແບບຍືນຍົງ.
ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ, ດ້ວຍຈິດໃຈຮ່ວມມື, ມີຄວາມຮັບຜິດຊອບ ແລະວິໄສທັດໄລຍະຍາວ, ປະຊາຄົມວິສາຫະກິດ ຈະສືບຕໍ່ຮ່ວມເດີນທາງກັບຫວຽດນາມ, ພ້ອມກັນສ້າງພື້ນຖານເສດຖະກິດສີຂຽວ, ການແກ່ງແຍ້ງ ແລະຍືນຍົງ, ເພື່ອຄວາມວັດທະນາຖາວອນລວມຂອງທ່ົວພາກພື້ນ ແລະໂລກ.
ໂດຍ: ໄຊນີດາ