leftcenterrightdel
ທ່ານ ຕະດຶກມິງ ທູດການຄ້າຫວຽດນາມ ປະຈຳ ຍີ່ປຸ່ນ ກ່າວຄໍາເຫັນ. ພາບ: vov.vn

ທີ່ເວທີປາໄສ, ທ່ານ ຕະດຶກມິງ ທູດການຄ້າຫວຽດນາມ ປະຈຳ ຍີ່ປຸ່ນ ເນັ້ນໜັກວ່າ ການພົວພັນຮ່ວມມື ຫວຽດນາມ-ຍີ່ປຸ່ນ ປະຈຸບັນພວມຢູ່ໃນໄລຍະອັນດີງາມທີ່ສຸດ. ສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນໃນຫຼາຍຂົງເຂດ, ຈາກຂັ້ນສູນກາງລົງສູ່ທ້ອງຖິ່ນ. ລັດຖະບານຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງບັນດາການເຄື່ອນໄຫວຮ່ວມມືລະຫວ່າງວິສາຫະກິດສອງປະເທດ, ສ້າງເງື່ອນໄຂສະດວກ, ແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ ແລະຜັນຂະຫຍາຍມາດຕະການໜູນຊ່ວຍທີ່ຈຳເປັນແນໃສ່ຊຸກຍູ້ການຮ່ວມມືນັບມື້ນັບເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ.

ໃນໄລຍະຈະມາເຖິງ, ຜູ້ຕາງໜ້າຈາກສະຖານທູດ, ອົງການຈັດຕັ້ງສາກົນ, ວິສາຫະກິດ ແລະນັກຮຽນຮູ້ ຖືວ່າ ຫວຽດນາມ ແລະຍີ່ປຸ່ນ ຄວນສຸມໃສ່ເຂົ້າໃນບາງເສົາຄໍ້າສໍາຄັນໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດໃນໄລຍະໃໝ່. ຕາມນັ້ນແລ້ວ, ຄວນສືບຕໍ່ປັບປຸງການພົວພັນດ້ານການເມືອງ-ການທູດເປັນພື້ນຖານໃຫ້ການຮ່ວມມືຮອບດ້ານ; ຍົກສູງການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ, ສຸມໃສ່ບັນດາຂົງເຂດສຳຄັນ, ຄື: ເຕັກໂນໂລຢີສູງ, ພະລັງງານທົດແທນ, ພື້ນຖານໂຄງລ່າງອັດສະລິຍະ ແລະເສດຖະກິດດີຈີຕອນ. ພ້ອມທັງສືບຕໍ່ຍູ້ແຮງການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະການຫັນປ່ຽນດີຈີຕອນ...

ໂດຍ: ເຈິ່ນຮວ່ຽນ