ໃຫ້ບຸລິມະສິດຕໍ່ການຊອກຫາຜູ້ຫາຍສາບສູນ, ປິ່ນປົວໃຫ້ແກ່ຜູ້ຖືກບາດເຈັບ, ຟື້ນຟູການຜະລິດຄືນໃໝ່
ວັນທີ 3 ຕຸລາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມປຶກສາຫາລືກ່ຽວກັບວຽກງານແກ້ໄຂຜົນເສຍຫາຍຫຼັງພາຍຸບົວລອຍ ແລະມາດຕະການຮັບມືກັບພາຍຸແມັດມໍ.
    |
 |
|
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ. ພາບ: vov.vn |
ຕາມບົດລາຍງານຂອງກະຊວງກະສິກຳ ແລະສິ່ງແວດລ້ອມແລ້ວ, ຮອດ 9 ໂມງເຊົ້າຂອງວັນທີ 3 ກັນຍາ, ພາຍຸບົວລອຍ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະຫາຍສາບສູນ 66 ຄົນ; ເຮືອນປະຊາຊົນກວ່າ 172.000 ຫຼັງ ຖືກເປ່ເພ. ກ່ຽວກັບຂົງເຂດກະສິກຳ, ພາຍຸດັ່ງກ່າວໄດ້ກໍ່ຜົນເສຍຫາຍຕໍ່ເນື້ອທີປູກເຂົ້າ ແລະພືດຜັກທັນຍາຫານເກືອບ 89.000 ເຮັກຕາ, ສັດປີກ, ສັດໃຫຍ່ກວ່າ 2.700 ໂຕ, ເນື້ອທີ່ປູກສິນໃນນ້ຳ 17.000 ເຮັກຕາ, ເນື້ອທີ່ປ່າກວ່າ 50.000 ເຮັກຕາ. ກ່ຽວກັບຄົມມະນາຄົມກໍຖືກຜົນເສຍຫາຍຢ່າງໜັກໜ່ວງ. ຜົນເສຍຫາຍລວມທັງໝົດລວມມູນຄ່າປະມານ 15.860 ຕື້ດົ່ງ (ກວ່າ 600 ລ້ານໂດລາສະຫະລັດ).
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ໃນເດືອນ ກັນຍາ ໄດ້ມີພາຍຸ 4 ລູກເກີດຂຶ້ນຢ່າງຕໍ່ເນື່ອງທີ່ສົ່ງຜົນກະທົບຕໍ່ຫວຽດນາມ, ໃນນັ້ນ, ພາຍຸບົວລອຍ ມີລະດັບຄວາມແຮງທີ່ສຸດ, ກໍ່ຝົນຕົກໜັກ, ນໍ້ານອງ, ນ້ຳໄຫຼຊຸ, ນ້ຳຖ້ວມໃນວົງກວ້າງ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບຸລິມະສິດສຸມແຫຼ່ງກຳລັງຊອກຫາຜູ້ຫາຍສາບສູນ, ປິ່ນປົວໃຫ້ຜູ້ບາດເຈັບ, ອະນາໄມໂຮງຮຽນ, ສຸກສາລາ… ຟື້ນຟູບັນດາເສັ້ນທາງຄົມມະນາຄົມ, ລະບົບໄຟຟ້າ, ນໍ້າສະອາດ. ທ່ານນາຍົກລັດຖະມົນຕີ ກໍສະເໜີວ່າ ພາຍຫຼັງພາຍຸຕ້ອງລົງມື້ຟື້ນຟູການຜະລິດດຳເນີນທຸລະກິດ, ຮັບໃຊ້ໃຫ້ແກ່ການເຕີບໂຕ, ສ້າງຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນເປັນປົກກະຕິ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ