leftcenterrightdel
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ

ທ່ານ Satvinder Singh ຮອງເລຂາທິການໃຫຍ່ປະຊາຄົມເສດຖະກິດອາຊຽນ (AEC), ໃຫ້ຮູ້ວ່າອາຊຽນ ພວມມຸ່ງໄປເຖິງກາຍເປັນພື້ນຖານເສດຖະກິດໃຫຍ່ທີ 4 ຂອງໂລກໃນປີ 2030 ແຕ່ອັນດັບທີ 5 ໃນປະຈຸບັນ, ດ້ວຍເສດຖະກິດມະຫາພາກກ້າວໜ້າ ແລະສໍາຄັນ. ໄດ້ເພີ່ມຂຶ້ນ 51% ບັນລຸ 3.800 ຕື້ໂດລາສາຫະລັດໃນປີ 2023 ເມື່ອທຽບໃສ່ 2.500 ຕື້ໂດລາສາຫະລັດໃນປີ 2015.

ກ່າວຄໍາເຫັນທີ່ກອງປະຊຸມ “ວິໄສທັດ 2045: ສັງກະຫຼາດອາຊຽນ” ໂດຍກະຊວງລົງທຶນ, ການຄ້າ ແລະອຸດສາຫະກໍາມາເລເຊຍ (MITI), ສະພາໃຫ້ຄຳປຶກສາດໍາເນີນທຸລະກິດອາຊຽນ ແລະກຸ່ມປຶກສາ Boston ຮ່ວມຈັດຕັ້ງໃນວັນທີ 6 ສິງຫາ, ທ່ານ Singh ຖືວ່າຂໍ້ສັງເກດດັ່ງກ່າວໄດ້ປັງປຸງກວ່າອີກຍ້ອນທຸລະກໍາການຄ້າພາກພື້ນເພີ່ມຂຶ້ນ 3.500 ຕື້ໂດລາສາຫະລັດໃນປີ 2023 ຈາກ 2.300 ຕື້ໂດລາສາຫະລັດ ໃນປີ 2015, ຊ່ວຍເພີ່ມລາຍຮັບສະເລ່ຍໃສ່ຫົວຄົນຕື່ມອີກ.

ທ່ານ ຖືວ່າສິ່ງເຫຼົ່ານັ້ນສ່ອງແສງຄໍາໝັ້ນສັນຍາຂອງອາຊຽນ ໃນການກາຍເປັນພາກພື້ນເສດຖະກິດເປີດໃຫ້ການຄ້າ ແລະການລົງທຶນທົ່ວໂລກ, ໄດ້ຮັບການປັບປຸງພໍສົມຄວນ. ທ່ານເນັ້ນໜັກວ່າ ສິ່ງສໍາຄັນແມ່ນອາຊຽນ ນອນໃນຈໍານວນໜ້ອຍພາກພື້ນຢູ່ໂລກທີ່ມີທຸລະກໍາການຄ້າເກືອບເທົ່າກັບ GDP. ມຸນຄ່າທຸລະກໍາການຄ້າໃຫຍ່ທີ່ສຸດບໍ່ແມ່ນການແລກປ່ຽນການຄ້າລະຫວ່າງອາຊຽນ ກັບຈີນ ຫຼື ອາເມລິກາ, ຫາກແມ່ນການຄ້າ ພາຍໃນກຸ່ມ, ບັນລຸປະມານ 800.000 ຕື້ໂດລາສາຫະລັດ.

ຄຽງຂ້າງກັນນັ້ນ, ທ່ານໃສ່ໃຈວ່າ ອາຊຽນໄດ້ “ເພີ່ມຄວາມໄວ” ເພື່ອກາຍເປັນພາກພື້ນການຄ້າໃຫຍ່ທີ່ສຸດໃນໂລກ, ກໍ່ຄືຍູ້ແຮງທຸລະກໍາກັບພາກພື້ນອື່ນໆໃນໂລກ. ນີ້ແມ່ນເອກະລັກສະເພາະຂອງບັນດາພື້ນຖານເສດຖະກິດໃນກຸ່ມອາຊຽນ, ຕ່າງກັບ ສະຫະພາບເອີລົບ (ອີຢູ) ຫຼື ພາກພື້ນການຄ້າເສລີອາເມລິກາເໜືອ.

ສໍາລັບການາດາ, ເມກຊິກໂກ ແລະອີຢູ, ບັນດາປະເທດສ່ວນຫຼາຍພົວພັນແລກປ່ຽນການຄ້ານໍາກັນ, ຫາກບໍ່ແມ່ນກັບບັນດາພາກພື້ນອື່ນໃນໂລກ. ທ່ານ Singh ໃຫ້ຮູ້ວ່າຢູ່ເຄິ່ງໂລກໃຕ້, ອາຊຽນກໍ່ແມ່ນບ່ອນໄດ້ຮັບການລົງທຶນໂດຍກົງຈາກຕ່າງປະເທດໃຫຍ່ທີ່ສຸດ, ດ້ວຍມຸນຄ່າທັງໝົດປະມານ 230 ຕື້ໂດລາສະຫະລັດ ໃນປະຈຸບັນ.

ຕາມການຄາດຄະເນແລ້ວ, ໃນຊຸມປີຈະມາເຖິງ, ລະບົບຕ່ອງໂສ້ການສະໜອງທົ່ວໂລກຂອງບັນດາບໍລິສັດທີ່ປ່ອຍກາກບອນຕໍ່າສຸດ ແລະບັນດາການເຄື່ອນໄຫວທີ່ມີມູນຄ່າສຸງອາດຈະນອນຢູ່ບັນດາປະເທດອາຊຽນ. ບາງຂະແໜງການຈະເຕີບໂຕພໍສົມຄວນຄື: ທາດເຄິ່ງຊັກນໍາໄຟຟ້າ, ກະສິກໍາ, ອຸປະກອນຂໍ້ມູນກໍ່ຄືແຮ່ທາດ ແລະບັນດາຂະແໜງອຸດສາຫະກໍາໂລຫະ.

ຄຽງຂ້າງກັນນັ້ນ, ຄວາມດຶງດູດສໍາລັບອາຊຽນ ແມ່ນການຫັນປ່ຽນເຕັກໂນໂລຢີ ແລະບັນດາເຕັກໂນໂລຢີກ້າວໜ້າຄື 5ຈີ, ປັນຍາປະດິດ, ອິນເຕີແນັດສັບພະສິ່ງຈະສ້າງມູນຄ່າຕື່ມອີກ 8.000 ຕື້ໂດລາສະຫະລັດ. ເຖິງຢ່າງໃດກໍ່ຕາມ, ນັກຊ່ຽວຊານຖືວ່າ ອາຊຽນ ຄວນມານະພະຍາຍາມຫຼຸດຜ່ານຄ່າເຕັກໂນໂລຢີ ແລະຮັບປະກັນວ່າບັນດາພື້ນຖານເສດຖະກິດໃນພາກພື້ນສາມາດເຂົ້າເຖິງບັນດາອຸປະກອນ ແລະມາດຕະການເຕັກໂນໂລຢີໄດ້.

ໃນຂະນະນັ້ນ, ທ່ານ Singh ສະແດງຄວາມເປັນຫ່ວງວ່າ ກໍາລັງແຮງງານໜຸ່ມຂອງພາກພື້ນຄາດວ່າຈະຫຼຸດລົງໃນຂະນະທີ່ກໍາລັງແຮງງານອາຍຸສູງຈະເພີ່ມຂື້ນ. ທ່ານໃຫ້ຮູ້ວ່າການຫັນເປັນອັດຕະໂນມັດກໍ່ຈະສົ່ງຜົນສະທ້ອນເຖິງອາຊີບຕ່າງໆໃນຈໍານວນ 10 ປະເທດສະມາຊິກ.

ສະນັ້ນ, ເລື່ອງບໍາລຸງສ້າງທັກສະໃຫ້ແຮງງານໜຸ່ມກ່ຽວກັບເຕັກໂນໂລຢີ ແລະການປ່ຽນໃໝ່ຜ່ານບັນດາສູນຄຸ້ມຄອງເຕັກໂນໂລຢີ, ການສຶກສາທາງໄກກ່ຽວກັບວິທະຍາສາດ, ເຕັກໂນໂລຢີ ແລະປ່ຽນແປງໃໝ່ ແລະຍົກສູງທັກສະໃຫ້ຜູ້ມີອາຍຸສູງຈະຊຸກຍູ້ສະມັດຕະພາບ ແລະຊ່ວຍໃຫ້ບັນດາຂະແໜງອຸດສາຫະກໍາຍຸດທະສາດພັດທະນາ.

ໂດຍ: ໄຊນີດາ