ເສີມຂະຫຍາຍບົດບາດຂອງມໍລະດົກວັດທະນະທໍາ ແລະທໍາມະຊາດໂລກໃນການພັດທະນາແບບຍືນຍົງຢູ່ຫວຽດນາມ
ກປ.ອອນໄລ - ຜູ້ອໍານວຍການສູນມໍລະດົກໂລກ Lazare Eloundou Assomo ຕອບບາງບັນຫາເຊິ່ງບັນດາຜູ້ແທນໄດ້ຍົກຂຶ້ນມາ ແລະແບ່ງປັນບາງບົດຮຽນສາກົນ.
ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ກະຊວງການຕ່າງປະເທດ, ຄະນະກໍາມະການແຫ່ງລັດ ອົງການສະຫະປະຊາຊາດເພື່ອການສຶກສາ, ວິທະຍາສາດ ແລະວັດທະນະທໍາ (UNESCO) ຫວຽດນາມ ສົມທົບກັບຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ຈັດຕັ້ງ “ກອງປະຊຸມສໍາມະນາສາກົນ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທໍາ ແລະທໍາມະຊາດໂລກ ໃນການພັດທະນາແບບຍືນຍົງຢູ່ຫວຽດນາມ”.
|
|
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: vov.vn |
ທີ່ກອງປະຊຸມສໍາມະນາ, ບັນດານັກຄຸ້ມຄອງ, ນັກຊ່ຽວຊານ, ນັກວິທະຍາສາດ ໄດ້ຕີລາຄາໂດຍສັງເຂບກ່ຽວກັບວຽກງານອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທໍາ ແລະທໍາມະຊາດໂລກຢູ່ຫວຽດນາມ, ພ້ອມທັງຢັ້ງຢືນການປະກອບສ່ວນຂອງມໍລະດົກສໍາລັບຍຸດທະສາດພັດທະນາແບບຍືນຍົງຂອງປະເທດເວົ້າລວມ ແລະການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນເວົ້າສະເພາະ.
ບັນດາຜູ້ແທນແບ່ງປັນບົດຮຽນຄຸ້ມຄອງລັດ, ກໍາມະສິດມໍລະດົກໃນການເສີມຂະຫຍາຍຄຸນຄ່າມໍລະດົກໂລກຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.
|
|
ຜູ້ອໍານວຍການສູນມໍລະດົກໂລກ Lazare Eloundou Assomo ກ່າວຄໍາເຫັນທີ່ກອງປະຊຸມສຳມະນາ. ພາບ: vov.vn |
ບັນດາຜູ້ແທນສະເໜີໃຫ້ວຽກງານຄຸ້ມຄອງມໍລະດົກໃນໄລຍະຈະມາເຖິງ, ລວມມີ: ສືບຕໍ່ປັບປຸງພື້ນຖານນິຕິກໍາໃນການຄຸ້ມຄອງມໍລະດົກໃຫ້ສໍາເລັດ; ໂຄສະນາ, ຍົກສູງຄວາມຮັບຮູ້ ແລະບົດບາດ, ການເຂົ້າຮ່ວມຂອງປະຊາຄົມກວ່າອີກ, ເພາະນີ້ແມ່ນເຈົ້າກໍາມະສິດມໍລະດົົກ; ຊຸກຍູ້ການຮ່ວມມືສາກົນໃນການອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກ...
ຜູ້ອໍານວຍການສູນມໍລະດົກໂລກ Lazare Eloundou Assomo ຕອບບາງບັນຫາເຊິ່ງບັນດາຜູ້ແທນຍົກຂຶ້ນມາ ແລະແບ່ງປັນບາງບົດຮຽນສາກົນ.
ໂດຍ: ໄຊນີດາ