ທີ່ກອງປະຊຸມ, ຕາງໜ້າອົງການການຄ້າຫວຽດນາມ ຢູ່ຫຼາຍຕະຫຼາດໄດ້ອັບເດດຂໍ້ມູນນະໂຍບາຍການຄ້າໃໝ່, ບັນດາການປ່ຽນແປງທີ່ສໍາຄັນໃນຂໍ້ກໍານົດກ່ຽວກັບການສົ່ງອອກ-ນໍາເຂົ້າ.

leftcenterrightdel
ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າ ເພື່ອຮັກສາທ່າເຕີບໂຕຂອງການສົ່ງອອກ-ນໍາເຂົ້າ, ຕ້ອງປະຕິບັດທິດນໍາຮັກສາຕະຫຼາດປະເພນີ ໃຫ້ໄດ້ແຕ່ຕ້ອງພັດທະນາບັນດາຕະຫຼາດໃໝ່, ໂດຍສະເພາະແມ່ນຕະຫຼາດມີຄວາມສາມາດບົ່ມຊ້ອນຢູ່ພາກພື້ນອາຊີ. ພ້ອມກັນນັ້ນ, ບັນດາອົງການການຄ້າຕ້ອງສືບຕໍ່ເອົາໃຈໃສ່ກໍາໄດ້ແຜນນະໂຍບາຍ, ນະໂຍບາຍໃໝ່ຂອງປະເທດປະຈໍາຖິ່ນເພື່ອໃຫ້ອົງການບໍລິຫານມີແຜນນະໂຍບາຍຮັບມືທີ່ເໝາະສົມ.

ໂດຍ: ໄຊຊະນະ