ທ່ານນາງ Christine Fossen, ຜູ້ບັນຊາການກຳລັງຕຳຫຼວດປະຈຳຄະນະປະຕິບັດງານຢູ່ຊູດັງໃຕ້ເຂົ້າຮ່ວມພິທີ.

ທ່ານພັນເອກພິເສດ ເລກວກຮຸຍ, ຫົວໜ້າໜ່ວຍປະຕິບັດງານຕໍາຫຼວດປະຊາຊົນ ໄດ້ສົ່ງຄຳອວຍພອນອັນດີງາມໃຫ້ເພື່ອນມິດ, ເພື່ອນຮ່ວມງານສາກົນເນື່ອງໃນໂອກາດຕົ້ນປີໃໝ່; ຂອບໃຈການສະໜັບສະໜູນ ແລະໜູນຊ່ວຍຢ່າງຕັ້ງໜ້າ ເຊິ່ງຜູ້ບັນຊາການຄະນະປະຕິບັດງານ, ອົງການ ແລະເພື່ອນຮ່ວມງານໄດ້ສະຫງວນໃຫ້ບັນດາກຳລັງຫວຽດນາມ. ທ່ານພັນເອກພິເສດ ເລກວກຮຸຍ ປາດຖະໜາວ່າ ໃນໄລຍະຈະມາເຖິງຈະມີການສົມທົບກັນຢ່າງແໜ້ນແຟ້ນກວ່າອີກລະຫວ່າງບັນດາອົງການ, ກົມກອງ, ພ້ອມກັນປະກອບສ່ວນເຂົ້າໃນພາລະກິດຮັກສາສັນຕິພາບຢ່າງຕັ້ງໜ້າ ແລະມີປະສິດທິຜົນ.

ທີ່່ພິທີ, ແຂກສາກົນໄດ້ເຂົ້າຮ່ວມການລະຫຼີ້ນພື້ນເມືອງຫຼາຍຢ່າງໃນວັນບຸນເຕັດ; ເຂົ້າຮ່ວມງານລ້ຽງ ແລະຮັບປະທານອາຫານພື້ນເມືອງຂອງຫວຽດນາມ. ຕາມປະເພນີແລ້ວ, ເພື່ອນມິດສາກົນໄດ້ຮັບອັງເປົາພ້ອມກັບຄຳອວຍພອນປີໃໝ່ໃຫ້ມີໂຊກມີລາບ, ປອດໄພຕະຫຼອດໃນປີໃໝ່ຈາກເພື່ອນຮ່ວມງານໝວກເບເລສີຟ້າຫວຽດນາມ.

ນັກຂ່າວໜັງສືພິມກອງທັບປະຊາຊົນ ຂໍແນະນຳເຖິງເພື່ອນຜູ້ອ່ານບາງຮູບພາບໃນພິທີ:

leftcenterrightdel
ຕົບແຕ່ງຕ້ອນຮັບປີໃໝ່ຢູ່ຖານທັບ Tomping, ນະຄອນຫຼວງ Juba. ພາບ: ກຳລັງຫວຽດນາມ ຢູ່ຊູດັງໃຕ້
leftcenterrightdel
ຜູ້ແທນສາກົນເຂົ້າຮ່ວມພິທີດັ່ງກ່າວ. ພາບ: ກຳລັງຫວຽດນາມ ຢູ່ຊູດັງໃຕ້
leftcenterrightdel
 
leftcenterrightdel
ມອບອັງເປົາຕາມປະເພນີປີໃໝ່ຂອງຫວຽດນາມ. ພາບ: ກຳລັງຫວຽດນາມ ຢູ່ຊູດັງໃຕ້
leftcenterrightdel
ຜູ້ບັນຊາການ ແລະສະມາຊິກໂຮງໝໍສະໜາມຂັ້ນ 2 ເລກ 4 ຖ່າຍຮູບເປັນທີ່ລະນຶກກັບຫົວໜ້າອົງການການແພດຂອງຄະນະປະຕິບັດງານ. ພາບ: ກຳລັງຫວຽດນາມ ຢູ່ຊູດັງໃຕ້
leftcenterrightdel
 
leftcenterrightdel
ການລະຫຼິ້ນພື້ນເມືອງໃນວັນບຸນເຕັດ. ພາບ: ກຳລັງຫວຽດນາມ ຢູ່ຊູດັງໃຕ້
leftcenterrightdel
ບັນດາເຍື່ອງອາຫານພື້ນເມືອງໃນວັນບຸນເຕັດຫວຽດນາມ ໄດ້ແນະນຳເຖິງເພື່ອນມິດສາກົນ. ພາບ: ກຳລັງຫວຽດນາມ ຢູ່ຊູດັງໃຕ້

ໂດຍ: ທະນາພອນ