leftcenterrightdel
ເວທີປາໄສທ່ອງທ່ຽວ ອາຊຽນ 2023. ພາບ: matta.org.my

ໃນຂອບເຂດເວທີປາໄສດັ່ງກ່າວ ຈະດຳເນີນຫຼາຍການເຄື່ອນໄຫວສຳຄັນຄື: ກອງປະຊຸມລັດຖະມົນຕີການທ່ອງທ່ຽວ ອາຊຽນ + 3  (ຍີ່ປຸ່ນ, ສ.ເກົາຫຼີ, ຈີນ) ຄັ້ງທີ 22; ກອງປະຊຸມລັດຖະມົນຕີການທ່ອງທ່ຽວອາຊຽນ ພ້ອມກັບບັນດາຄູ່ຮ່ວມມື; ພິທີມອບລາງວັນການທ່ອງທ່ຽວອາຊຽນ; ກອງປະຊຸມຖະແຫຼງຂ່າວບັນດາລັດຖະມົນຕີການທ່ອງທ່ຽວອາຊຽນ ພ້ອມດ້ວຍຫຼາຍກິດຈະກຳອື່ນໆ.

ໃນເວທີປາໄສດັ່ງກ່າວ, ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວ, ແນະນຳກ່ຽວກັບສະພາບການພັດທະນາ, ກົນໄກນະໂຍບາຍ, ຜະລິດຕະພັນ, ການທ່ອງທ່ຽວພາຍຫຼັງໂລກລະບາດໂຄວິດ-19; ການກຳນົດທິດການຕະຫຼາດ, ຜະລິດຕະພັນທີ່ເໝາະສົມກັບສະພາບການໃໝ່; ການໂຄສະນາກ່ຽວກັບຮູບພາບ, ການຢັ້ງຢືນຈຸດຢືນ, ສານຂອງການທ່ອງທ່ຽວຫວຽດນາມ ຜ່ານຫົວເລື່ອງ “ຫວຽດນາມ - Timeless Charm” ແລະ ບັ້ນໂຄສະນາ “Live fully in Viet Nam”.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ