ເຖິງຢ່າງໃດກໍ່ຕາມ, ພື້ນຖານເສດຖະກິດຫວຽດນາມ ໄດ້ຮັບຄວາມຫວັງວ່າ ຈະຮັກສາໄດ້ທ່າເຕີບໂຕດີ. ໃນບັນດາປັດໄຈໄດ້ຮັບຖືວ່າຈະຊ່ວຍພື້ນຖານເສດຖະກິດ ຫວຽດນາມ ເຕີບໂຕດີໃນປີ 2023 ຕ້ອງເວົ້າເຖິງການຍູ້ແຮງການລົງທຶນພາກລັດ, ການບໍລິໂພກພາຍໃນປະເທດ.

leftcenterrightdel
ການເຕີບໂຕເສດຖະກິດປີ 2023 ອາດສາມາດບັນລຸເກືອບ 7% ໃນປີ 2023. ພາບ: ຮັ່ງເຟືອງ.

ຕາມບົດຂຽນແລ້ວ, ຫວຽດນາມ ພວມແມ່ນປະເທດດຶງດູດການລົງທຶນຕ່າງປະເທດ ດ້ວຍທ່າແຮງແກ່ງແຍ້ງກ່ຽວກັບແຮງງານໜຸ່ມ, ສີມືດີ, ສະພາບແວດລ້ອມແຫ່ງການລົງທຶນເປີດກວ້າງ, ມີການພົວພັນການຄ້າເປີດກວ້າງກັບຫຼາຍປະເທດ. ບົດຂຽນຄັດສະເໜີການຕີລາຄາຂອງວາລະສານ Forbes ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຈະແມ່ນເລື່ອງລາວທີ່ຈັບອົກຈັບໃຈ ກ່ຽວກັບການລົງທຶນ ແລະເສດຖະກິດມະຫາພາກ ໃນປີ 2023. ວາລະສານ Forbes ຄາດຄະເນວ່າ ຮອດປີ 2036, ຫວຽດນາມ ຈະກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະໃຫຍ່ອັນດັບທີ 20 ຢູ່ໃນໂລກ.

ໂດຍ: ແສງເດືອນ