ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕີລາຄາສູງການເຄື່ອນໄຫວດຳເນີນທຸລະກິດຂອງ Nike ທີ່ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ການສົ່ງອອກ, ການເຕີບໂຕດ້ານເສດຖະກິດ ແລະວຽກເຮັດງານທຳຂອງຫວຽດນາມ ໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ Nike ໜູນຊ່ວຍຫວຽດນາມ ໃນການຍົກສູງຄວາມສາມາດຄຸ້ມຄອງຕາມທິດທັນສະໄໝ, ໃຫ້ຄຳປຶກສາດ້ານນະໂຍບາຍ, ບຳລຸງສ້າງຊັບພະຍາກອນມະນຸດ... ຊຸກຍູ້ການພັດທະນາຂຽວ, ຫັນເປັນດີຈີຕອນ, ພັດທະນາເສດຖະກິດໝູນວຽນ, ປະກອບສ່ວນພ້ອມກັບຫວຽດນາມ ກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕິດພັນກັບການເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ, ມີປະສິດທິຜົນ, ເຂົ້າຮ່ວມລະບົບສະໜອງທົ່ວໂລກຢ່າງເລິກເຊິ່ງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບທ່ານ Andy Campion ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Nike ອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ Andy Campion ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Nike ເຫັນດີເປັນເອກະພາບຕໍ່ບັນດາການສະເໜີຂອງທ່ານນາຍົກລັດຖະມົນຕີ, ທ່ານກໍ່ສະແດງຄວາມປະທັບໃຈຕໍ່ພື້ນຖານວັດທະນະທຳ ແລະການພັດທະນາຢ່າງແຮງຂອງເສດຖະກິດຫວຽດນາມ ໃນໄລຍະຜ່ານມາ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ