ຕາມນັ້ນແລ້ວ, ການສົ່ງອອກຂອງຫວຽດນາມ ໄປຍັງລາວ ບັນລຸລະດັບ 512,3 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 3,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍ ລວມມີ: ຜັກ ແລະໝາກໄມ້, ນໍາມັນອາຍແກັສ, ຝຸ່ນ, ເຄື່ອງຈັກ, ອຸປະກອນ, ເຄື່ອງອາໄຫຼ່, ເຫຼັກກ້າ. ການນໍາເຂົ້າຂອງຫວຽດນາມ ຈາກລາວ ບັນລຸລະດັບ 849,5 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 49,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ບັນດາປະເພດສິນຄ້ານໍາເຂົ້າຕົ້ນຕໍແມ່ນ: ຢາງພາລາ, ຝຸ່ນ, ໄມ້ ແລະແຮ່ທາດ.

leftcenterrightdel
ລົດ contener ຂົນສ່ົງສິນຄ້າຈາກລາວ ເຂົ້າຫວຽດນາມ ຜ່ານດ່ານສາກົນຈາລໍ. ພາບ: vovworld.vn

ສະເພາະເດືອນຕຸລາ, ວົງເງິນການສົ່ງອອກຂອງຫວຽດນາມ ໄປຍັງລາວ ບັນລຸລະດັບ 46,3 ລ້ານໂດລາສະຫະລັດ, ຫຼຸດ 9,2% ເມື່ອທຽບໃສ່ເດືອນກັນຍາ ປີ 2022. ກົງກັນຄ້າມ, ການນໍາເຂົ້າຂອງຫວຽດນາມ ໄປຍັງລາວ ບັນລຸລະດັບ 94,4 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 0,5% ເມື່ອທຽບໃສ່ເດືອນກັນຍາ ປີ 2022.

ຫ້ອງການການຄ້າຫວຽດນາມ ຢູ່ລາວ ໃຫ້ຮູ້ວ່າ ດ້ວຍລະດັບການເຕີບໂຕວົງເງິນການຄ້າລະຫວ່າງສອງປະເທດຄືປະຈຸບັນ, ຄາດວ່າ ປີ 2022, ຍອດວົງເງິນການຄ້າສອງປະເທດ ບັນລຸປະມານ 1,63 ຕື້ໂດລາສະຫະລັດ, ເພີ່ມຂຶ້ນກວ່າ  20% ເມື່ອທຽບໃສ່ປີ 2021, ປະຕິບັດສໍາເລັດຄາດໝາຍ ເຊິ່ງການນໍາຂັ້ນສູງສອງປະເທດວາງອອກທີ່ກອງປະຊຸມ ຄັ້ງທີ 44 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ-ລາວ.

ໂດຍ: ທູຈາງ