ຕາມຕົວເລກຫຼ້າສຸດຂອງກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ 11 ເດືອນຂອງປີ 2022 ນີ້, ການສົ່ງອອກສິນໃນນ້ຳຂອງຫວຽດນາມ ບັນລຸ 10,14 ຕື້ USD, ເພີ່ມຂຶ້ນ 27%, ໃນນັ້ນການສົ່ງອອກປາຈາ ບັນລຸ 2,2 ຕື້ USD, ການສົ່ງອອກກຸ້ງບັນລຸ 4,1 ຕື້ USD, ເພີ່ມຂຶ້ນ 14,6%.

leftcenterrightdel
ພາບປະກອບຈາກ vov.vn

ມູນຄ່າການສົ່ງອອກປາຈາເພີ່ມຂຶ້ນຢ່າງແຮງ ຍ້ອນລາຄາສະເລ່ຍສົ່ງອອກເພີ່ມຂຶ້ນສະເລ່ຍ 50% ເມື່ອທຽບໃສ່ປີ 2021. ການສົ່ງອອກປາຈາກໍເພີ່ມອັດຕາສ່ວນ ຍ້ອນແຫຼ່ງສະໜອງປາຊີ້ນຂາວໃນໂລກມີຈຳກັດ. ສຳລັບການສົ່ງອອກກຸ້ງ ໄລ່ລວມແລ້ວ ຍັງມີການເຕີບໂຕດີຍ້ອນຜົນການເຕີບໂຕຢ່າງແຮງໃນ 6 ເດືອນຕົ້ນປີ. ໃນຂະນະນັ້ນ, ການສົ່ງອອກປາທູນາ ແນ່ນອນວ່າຈະບັນລຸລະດັບສະຖິຕິ 1 ຕື້ USD ໃນປີ 2022. ບັນດາຜະລິດຕະພັນຄື ປາມຶກ, ປາມຶກຍັກ ລ້ວນແຕ່ມີການເຕີບໂຕເປັນຢ່າງດີ…

ແຫຼ່ງຄັດຈາກ vovworld.vn