leftcenterrightdel
ທ່ານ Mark Tattersall ອຸປະທູດຊົ່ວຄາວ ສະຖານທູດອົດສະຕາລີ ປະຈໍາ ຫວຽດນາມ ພ້ອມດ້ວຍຜູ້ຕາງໜ້າຈາກ 6 ໂຄງການພົວພັນຄູ່ຮ່ວມມື. ພາບ: qdnd.vn

6 ໂຄງການທີ່ກ່າວມາຂ້າງເທິງລວມມີ: ສົ່ງເສີມການຜະລິດເຂົ້າປ່ອຍກາກບອນຕໍ່າຜ່ານເຕັກໂນໂລຊີດາວທຽມ; ຂະຫຍາຍການເຂົ້າເຖິງຕະຫຼາດກາກບອນ ໃຫ້ແກ່ຜູ້ຜະລິດເຂົ້າແບບຍືນຍົງ; ຊຸກຍູ້ບັນດາໂຄງການກາກບອນໂດຍອີງໃສ່ທໍາມະຊາດ; ປູກຕົ້ນໄມ້ຢູ່ເຂດພູສູງເພື່ອສ້າງລາຍຮັບ ແລະຮັບເອົາກາກບອນ; ນຳໃຊ້ຖ່ານຊີວະວິທະຍາແທນກາກບອນ ແລະປັບປຸງຊີວິດການເປັນຢູ່; ຊຸກຍູ້ບັນດາມາດຕະການອີງໃສ່ທໍາມະຊາດ ໂດຍຜ່ານໂຄງການປູກປ່າກາກບອນ.

ຕາມທ່ານ Mark Tattersall ອຸປະທູດຊົ່ວຄາວ ສະຖານທູດອົດສະຕາລີ ປະຈຳ ຫວຽດນາມ, ບັນດາໂຄງການດັ່ງກ່າວແມ່ນສ່ວນໜຶ່ງໃນຄຳໝັ້ນສັນຍາຂອງອົດສະຕາລີເພື່ອເພີ່ມທະວີໜູນຊ່ວຍການກະທໍາກ່ຽວກັບດິນຟ້າອາກາດຢູ່ພາກພື້ນ, ນໍາເອົາຜົນປະໂຫຍດດ້ານສັງຄົມ ແລະສິ່ງແວດລ້ອມມາໃຫ້ປະຊາຄົມ. ທ່ານ Mark Tattersall ຢັ້ງຢືນວ່າ “ອົດສະຕາລີ ປາດຖະໜາຢາກຮ່ວມມືກັບຫວຽດນາມ ແລະພາກພື້ນເພື່ອບັນລຸເປົ້າໝາຍລວມ ໃນເວລາຮັບມືກັບສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດ”.

ໂດຍ: ໄຊຊະນະ