leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ເປັນປະທານກອງປະຊຸມທາງໄກ ທີ່ຮ່າໂນ້ຍ ໃນຕອນຄໍ່າວັນທີ 28 ພະຈິກ 2022. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນຊີ້ນໍາກອງປະຊຸມ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ເນັ້ນໜັກວ່າ ຄະນະເລຂາທິການ ໄດ້ປະກາດໃຊ້ຄຳສັ່ງເລກທີ 15-CT/TW ລົງວັນທີ 10 ສິງຫາ 2022 ກ່ຽວກັບວຽກງານການທູດເສດຖະກິດ ຮັບໃຊ້ການພັດທະນາປະເທດ ຮອດປີ 2030, ສະແດງໃຫ້ເຫັນວ່າວຽກງານການທູດເສດຖະກິດ ໄດ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍຄວາມຄາດຫວັງ, ຄວາມຮຽກຮ້ອງຕ້ອງການສູງກວ່າ, ຈິດໃຈຜັນຂະຫຍາຍຂ້ຽວຂາດ, ຮີບດ່ວນ, ມີປະສິດທິຜົນ ແລະແທດຈິງກວ່າ.

ໃນສະພາບການເສດຖະກິດໂລກ ແລະພາກພື້ນ ປະສົບກັບຄວາມຫຍຸ້ງຍາກ, ສັບສົນຫຼາຍຢ່າງ, ທ່ານລັດຖະມົນຕີ ຮຽກຮ້ອງໃຫ້ບັນດາຫົວໜ່ວຍ, ຫົວໜ້າອົງການຜູ້ຕາງໜ້າ ສືບຕໍ່ຍູ້ແຮງການຄົ້ນຄວ້າ, ເປັນເສນາທິການ ແລະຄາດຄະເນຍຸດທະສາດດ້ານເສດຖະກິດ, ຕິດຕາມສະພາບການຜັນແປຂອງເສດຖະກິດໂລກ ແລະພາກພື້ນຢ່າງໃກ້ຊິດ, ຕີລາຄາກ່ຽວກັບຂໍ້ລິເລີ່ມເຊື່ອມຈອດເສດຖະກິດໃໝ່, ທ່າອ່ຽງການຫັນປ່ຽນຕ່ອງໂສ້ການສະໜອງ ແລະຊອກຫາໂອກາດດຶງດູດການລົງທຶນໂດຍໄວ; ສືບຕໍ່ໜູນຊ່ວຍບັນດາວິສາຫະກິດ, ທ້ອງຖິ່ນຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມື ແລະກຸ່ມບໍລິສັດຂອງຕ່າງປະເທດ; ຊອກຫາສະຖານທີ່, ຂົງເຂດ ແລະກົນໄກໃໝ່ເພື່ອເປີດກວ້າງຕະຫຼາດສົ່ງອອກ. ທ່ານລັດຖະມົນຕີ ສະເໜີໃຫ້ເອກອັກຄະລັດຖະທູດ ແລະຫົວໜ້າອົງການຜູ້ຕາງໜ້າແຕ່ລະທ່ານ ສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ພັກ ແລະປະຊາຊົນ, ເສີມຂະຫຍາຍບັນດາບົດຮຽນປະສົບການໃນວຽກງານການທູດວັກຊິນ ໃນການຜັນຂະຫຍາຍການທູດເສດຖະກິດ, ປະກອບສ່ວນເພື່ອໃຫ້ປະເທດ ສືບຕໍ່ຮັກສາທ່າເຕີບໂຕ ແລະປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ວາງອອກ.

ໂດຍ: ໄຊຊະນະ