ໂຄງການໄດ້ເລີ່ມລົງມືກໍ່ສ້າງໃນເດືອນກຸມພາ 2018 ນອນໃນເຂດອຸດສາຫະກຳນ້ຳມັນອາຍແກັດລອງເຊີນ (ນະຄອນຫວູງເຕົາ) ໂດຍກຸ່ມບໍລິສັດ SCG (ປະເທດໄທ) ເປັນເຈົ້າຂອງການລົງທຶນ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ພິທີ. ພາບ: ເຢືອງຢາງ

ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເນັ້ນໜັກວ່າ: ກຸ່ມກັ່ນນ້ຳມັນແຫ່ງນີ້ມີບົດບາດສຳຄັນທີ່ສຸດ, ພ້ອມກັບບໍລິສັດກັ່ນນ້ຳມັນ ງີເຊີນ ຢູ່ພາກເໜືອ ແລະໂຮງງານກັ່ນນ້ຳມັນບີ່ງເຊີນ ຢູ່ພາກກາງ, ຫວຽດນາມ ຈະມີບັນດາໂຮງງານກັ່ນນ້ຳມັນຢູ່ທາງ 3 ພາກ: ເໜືອ - ກາງ - ໃຕ້, ຮັບປະກັນການສະໜອງນ້ຳມັນເຊື້ອໄຟ ໃຫ້ທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ: ໄລຍະຈະມາເຖິງ, ນັກລົງທຶນ ແລະບັນດາອົງການກ່ຽວຂ້ອງຄວນຍົກອອກຂັ້ນຕອນລະອຽດເພື່ອກໍ່ສ້າງສ່ວນຍັງເຫຼືອຂອງໂຄງການໃຫ້ປະສົບຜົນສຳເລັດ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຕ້ອນຮັບທ່ານ Roongrote Rangsiyopash, ປະທານ ທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ SCG, ເຈົ້າຂອງການລົງທຶນ ຂອງກຸ່ມກັ່ນນ້ຳມັນພາກໃຕ້. ເມື່ອລາຍງານກັບນາຍົກລັດຖະມົນຕີ, ທ່ານ Roongrote Rangsiyopash ໃຫ້ຮູ້ວ່າ ຈະນຳໂຄງການເຂົ້າເຄື່ອນໄຫວການຄ້າໃນກາງປີ 2023.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ