leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ອວງຈູລືວ, ປະທານຄະນະກຳມະການສັນຕິພາບ ຫວຽດນາມ ເນັ້ນໜັກວ່າ “ຄະນະກຳມະການສັນຕິພາບຫວຽດນາມ ຫວັງວ່າ ສະພາສັນຕິພາບໂລກ ຈະສືບຕໍ່ປັບປຸງ, ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບລະຫວ່າງບັນດາອົງການສະມາຊິກກວ່າອີກ, ພ້ອມທັງເປີດກວ້າງການຮ່ວມສຳພັນ, ເຕົ້າໂຮມບັນດາກຳລັງປະຊາທິປະໄຕກ້າວໜ້າຕໍ່ສູ້ເພື່ອສັນຕິພາບ, ຮ່ວມມື ແລະພັດທະນາຍຸຕິທຳ, ໝັ້ນຄົງໃນໂລກກວ່າອີກ, ເພີ່ມທະວີບັນດາຂໍ້ລິເລີ່ມ ແລະຍູ້ແຮງບັນດາການເຄື່ອນໄຫວຄັດຄ້ານສົງຄາມ, ສະກັດກັ້ນການປະທະກັນ, ສະກັດກັ້ນການຊ່ວງເສັງອາວຸດ, ຮຽກຮ້ອງໃຫ້ລົບລ້າງບັນດາອາວຸດລ້າງຜານ, ສ້າງຄວາມສາມັກຄີກັບປະຊາຊົນບັນດາປະເທດພວມຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະຄວາມກ້າວໜ້າຂອງສັງຄົມ; ຊຸກຍູ້ການເຄົາລົບບັນດາຫຼັກການຂອງກົດໝາຍສາກົນ ແລະ ກົດບັດ ສປຊ”.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ