ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາໃນກອງປະຊຸມຂ່າວ “ລາຍການເອກອ້າງທະນົງໃຈຊາວກະສິກອນຫວຽດນາມ ປີ 2022” ໂດຍສູນກາງສະມາຄົມຊາວກະສິກອນຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 3 ຕຸລາ ຢູ່ຮ່າໂນ້ຍ.

ຕາມຄະນະຈັດຕັ້ງແລ້ວ, ພິທີເຊີດຊູ ແລະມອບນາມມະຍົດໃຫ້ “ຊາວກະສິກອນຫວຽດນາມ ດີເດັ່ນປີ 2022 ຈຳນວນ 100 ຄົນ“ ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ພົ້ນເດັ່ນຂອງ “ລາຍການເອກອ້າງທະນົງໃຈຊາວກະສິກອນຫວຽດນາມ ປີ 2022”.

leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວ. ພາບ: ຟ້າມຮືງ

ນີ້ກໍ່ແມ່ນຄັ້ງທີ 10 ທີ່ພິທີເຊີດຊູຊາວກະສິກອນຫວຽດນາມ ດີເດັ່ນ ໂດຍສູນກາງສະມາຄົມຊາວກະສິກອນຫວຽດນາມ ສົມທົບກັບຄະນະໂຄສະນາສຶກສາສູນກາງ, ຄະນະເສດຖະກິດສູນກາງ, ກະຊວງກະສິກໍາ ແລະພັດທະນາຊົນນະບົດ, ກະຊວງອຸດສາຫະກໍາ ແລະການຄ້າ, ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ, ກະຊວງຖະແຫຼງຂ່າວ ແລະສື່ສານ, ທະນາຄານແຫ່ງລັດຫວຽດນາມ ຈັດຕັ້ງ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງລາຍການເອກອ້າງທະນົງໃຈຊາວກະສິກອນ ຫວຽດນາມ, ປີ 2022 ນີ້, ຄະນະຈັດຕັ້ງໄດ້ຕົກລົງມອບນາມມະຍົດໃຫ້ຊາວກະສິກອນຫວຽດນາມ ດີເດັ່ນຈໍານວນ 100 ຄົນ. ທ່ານ ຟ້າມຕ໊ຽນນາມ, ຮອງປະທານສູນກາງສະມາຄົມຊາວກະສິກອນຫວຽດນາມ, ຫົວໜ້າຄະນະຈັດຕັ້ງ “ລາຍການເອກອ້າງທະນົງໃຈຊາວກະສິກອນຫວຽດນາມ ປີ 2022”, ໃຫ້ຮູ້ວ່າ: ບັນດາຮູບແບບການຜະລິດ, ດຳເນີນທຸລະກິດກ່ຽວກັບຜະລິດຕະພັນກະເສດ, ຊົນນະບົດຂອງບັນດາຊາວກະສິກອນຫວຽດນາມ ດີເດັ່ນປີ 2022 ອີກເທື່ອໜຶ່ງ, ໄດ້ສະແດງໃຫ້ເຫັນທ່າແຮງຂອງຂະແໜງກະສິກຳຢູ່ບັນດາເຂດພາກ, ທ້ອງຖິ່ນໃນທົ່ວປະເທດ ແລະເກືອບທັງໝົດແມ່ນຂຶ້ນກັບໝວດຜະລິດຕະພັນນອນໃນແຜນຍຸດທະສາດຂອງຂະແໜງກະສິກຳ. ມີຫຼາຍຄົນໄດ້ຊອກຮູ້, ປະດິດຄິດສ້າງ ແລະຍົກອອກຂໍ້ລິເລີ່ມ, ມາດຕະການດ້ານເຕັກນິກຊ່ວຍຍົກສູງສະມັດຕະພາບ, ຄຸນນະພາບຜະລິດຕະພັນ, ພ້ອມທັງແມ່ນຜູ້ທີ່ມີອິດທິພົນຊື່ສຽງໃນວົງຄະນະຍາດ, ມີຜົນງານດີເດັ່ນໃນການກໍ່ສ້າງຊົນນະບົດໃໝ່, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.

ໂດຍ: ທະນາພອນ