ທີ່ການຕ້ອນຮັບ, ທ່ານ ຮ່າກິມຫງອກ ສະແດງຄວາມປິຕິຊົມຊື່ນຍ້ອນວ່າ ໂຄງການຮ່ວມມືແຫ່ງຊາດ ລະຫວ່າງລັດຖະບານຫວຽດນາມ ແລະ UNFPA ຄັ້ງທີ 10 ໄລຍະ 2022-2025 (CPD10) ໄດ້ຮັບການຮັບຮອງເອົາໃນຕົ້ນປີ 2022 ດ້ວຍຂົງເຂດເຄື່ອນໄຫວຈຸດສຸມ ລວມມີ: ສຸຂະພາບຈະເລີນພັນ ແລະເພດສຳພັນ; ປະຊາກອນ, ຊາວໜຸ່ມເຍົາວະຊົນ ແລະຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະມອບສິດໃຫ້ແກ່ແມ່ຍິງ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: thoidai.com.vn

ທ່ານ ຮ່າກິມຫງອກ ເນັ້ນໜັກວ່າ ເຖິງວ່າບັນລຸໄດ້ໝາກຜົນຫຼາຍຢ່າງ ໃນຂົງເຂດ ປະຊາກອນ ແລະການພັດທະນາ ກໍ່ຕາມ, ແຕ່ ຫວຽດນາມ ຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນແມ່ນປະຊາກອນແກ່ຊະລາ, ໄລຍະຫ່າງລະຫວ່າງຄວາມຮັ່ງມີ-ທຸກຍາກ ເພີ່ມຂຶ້ນ, ລະບົບສາທາລະນະສຸກ ຍັງອ່ອນດ້ອຍ ບໍ່ທັນເຂັ້ມແຂງ... ພິເສດແມ່ນພາຍຫຼັງພະຍາດໂຄວິດ-19. ສະນັ້ນ, ທ່ານ ຮ່າກິມຫງອກ ສະເໜີໃຫ້ UNFPA ສືບຕໍ່ຮ່ວມມື ແລະໜູນຊ່ວຍຫວຽດນາມ ໃນໄລຍະຈະມາເຖິງ ເພື່ອປະຕິບັດໂຄງການ CPD10 ໃຫ້ມີປະສິດທິຜົນ.

ສ່ວນທ່ານ Bjorn Andersson ກໍເນັ້ນໜັກເຖິງຄວາມສໍາຄັນຂອງການແກ້ໄຂບັນຫາປະຊາກອນແກ່ຊະລາ, ເພີ່ມທະວີສຸຂະພາບຈະເລີນພັນ, ພິເສດແມ່ນແມ່ຍິງ ແລະເດັກນ້ອຍ ຢູ່ຫວຽດນາມ ໃນໄລຍະຈະມາເຖິງ, ພ້ອມທັງຢັ້ງຢືນວ່າ UNFPA ຈະສືບຕໍ່ຮ່ວມມື, ຮ່ວມເດີນທາງ ແລະໜູນຊ່ວຍຫວຽດນາມ ໃນຂົງເຂດຈຸດສຸມນີ້.

ໂດຍ: ທູຈາງ