ລາຍການກອງປະຊຸມສໍາມະນາແມ່ນສຸມໃສ່ການຮ່ວມມືລະຫວ່າງບັນດາວິສາຫະກິດຂອງເຊັກ ແລະຫວຽດນາມ ໃນດ້ານເຕັກໂນໂລຢີຂຸດຄົ້ນແຮ່ທາດ, ຂຸດຄົ້ນຊັບພະຍາກອນ ແລະເຕັກນິກລົງເລິກກ່ຽວກັບທໍລະນີສາດ. ເຂົ້າຮ່ວມກອງປະຊຸມສໍາມະນາມີຜູ້ແທນເກືອບຮ້ອຍຄົນທີ່ເປັນຜູ້ຕາງໜ້າໃຫ້ບັນດາວິສາຫະກິດ, ນັກວິທະຍາສາດຂອງເຊັກ ແລະຫວຽດນາມ ໃນຂົງເຂດສໍາຫຼວດ ແລະຂຸດຄົ້ນແຮ່ທາດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ແມ້ງກວີ່ງ.

ບັນດາບົດປະກອບຄໍາເຫັນທີ່ກອງປະຊຸມສໍາມະນາ ໄດ້ແບ່ງປັນກ່ຽວກັບບັນດາມາດຕະການແກ້ໄຂມົນລະພິດທາງສິ່ງແວດລ້ອມ ພາຍຫຼັງຂຸດຄົ້ນແຮ່ທາດ, ບັນດາມາດຕະການສໍາຫຼວດ, ຂຸດຄົ້ນແຮ່ທາດ, ບັນດາເຕັກໂນໂລຢີຂຸດຄົ້ນແຮ່ທາດທີ່ທັນສະໄໝຂອງເຊັກ, ກໍ່ຄືແນະນໍາບັນດາອຸປະກອນທໍລະນີຟີຊິກໃນວຽກງານສໍາຫຼວດແຮ່ທາດທີ່ບົ່ມຊ້ອນ ແລະຢູ່ເລິກ ຢູ່ຫວຽດນາມ.

ກໍ່ທີ່ກອງປະຊຸມສໍາມະນາ, ສະມາຄົມເຕັກໂນໂລຢີຂຸດຄົ້ນບໍ່ແຮ່ ສ. ເຊັກ ໄດ້ແນະນໍາເຕັກໂນໂລຢີທີ່ດີເລີດຂອງສະມາຊິກສະມາຄົມ ຄື ບໍລິສັດ ENELEX, ບໍລິສັດ Hansen electric, ບໍລິສັດ Zam servis... ເຊິ່ງພົ້ນເດັ່ນໃນຂົງເຂດຂຸດຄົ້ນແຮ່ທາດ ແລະພະລັງງານ.

ໂດຍ: ຈາງຫງວຽນ