leftcenterrightdel
ກຸ່ມນັກຂ່າວໜັງສືພິມກອງທັບປະຊາຊົນ ຮັບລາງວັນ B ທີ່ພິທີມອບລາງວັນ. ພາບ: ຕ໊ວນຮຸຍ.

ປີນີ້, ຄະນະຈັດຕັ້ງໄດ້ຮັບບົດຂຽນ 265 ບົດຈາກ 40 ຫົວໜ່ວຍ, ອົງການສື່ມວນຊົນ, ໃນນັ້ນ ສື່ສິ່ງພິມ ມີ 96 ບົດ, ສື່ເອເລັກໂຕນິກ ມີ 113 ບົດ, ກະຈາຍສຽງ ມີ 17 ບົດ, ໂທລະພາບ ມີ 39 ບົດ. ສະພາໃຫ້ຄະແນນໄດ້ຕົກລົງມອບລາງວັນບົດທີ່ດີເລີດໃຫ້ 33 ບົດ, ລວມມີ: 3 ລາງວັນ A, 5 ລາງວັນ B (ໃນນັ້ນມີ ບົດຂຽນ “ຊາວຮ່າໂນ້ຍ ສຸພາບ, ສີວິໄລ: ເຕົ້າໂຮມ ແລະແຜ່ຂະຫຍາຍ” ຂອງໜັງສືພິມກອງທັບປະຊາຊົນ), 10 ລາງວັນ C, 15 ລາງວັນຊົມເຊີຍ. ໝາກຜົນທີ່ບັນລຸໄດ້ສະແດງໃຫ້ເຫັນຄວາມຮັກ ແລະຈິດໃຈແຮງງານຢ່າງເຂັ້ມງວດ, ມີຫົວຄິດປະດິດສ້າງ ແລະມີຄວາມຮັບຜິດຊອບຂອງນັກຂ່າວທີ່ມີຕໍ່ນະຄອນຫຼວງຮ່າໂນ້ຍ.

ໂດຍ: ເຈິ່ນຮວ່ຽນ