ກ່າວຄໍາເຫັນທີ່ລາຍການ, ທ່ານ ຫງວຽນຮຸຍຢູງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານ ໃຫ້ຮູ້ວ່າ ນາຍົກລັດຖະມົນຕີ ໄດ້ຕົກລົງ ຖືວັນທີ 10 ຕຸລາ ແຕ່ລະປີແມ່ນວັນຫັນປ່ຽນດີຈີຕອນແຫ່ງຊາດ.

ກະຊວງຖະແຫຼງຂ່າວ ແລະສື່ສານ ໄດ້ຈັດຕັ້ງການປຸກລະດົມລາຍການເດືອນຕຸລາ-ເດືອນບໍລິໂພກດີຈີຕອນ, ມຸ່ງເຖິງເປົ້າໝາຍເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ຜົນປະໂຫຍດຈາກການຫັນປ່ຽນດີຈີຕອນ. ບັນດາອົງການແຫ່ງລັດພ້ອມກັບປະຊາຄົມວິສາຫະກິດຮ່ວມເດີນທາງ ກັບປະຊາຊົນໃນຂະບວນການຫັນເປັນດີຈີຕອນດ້ວຍນະໂຍບາຍນຳໃຊ້ຜະລິດຕະພັນບໍລິການດີຈີຕອນພິເສດຂຶ້ນເຖິງ 50% ຂອງລາຄາຜະລິດຕະພັນບໍລິການໃຫ້ແກ່ລູກຄ້າ.

leftcenterrightdel
ທ່ານ ຫງວຽນຮຸຍຢູງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານ. ພາບ: congluan.vn

ທ່ານຮອງລັດຖະມົນຕີ ຫງວຽນຮຸຍຢູງ ເນັ້ນໜັກວ່າ: ເຫດການເປີດຕົວສື່ສັງຄົມອອນໄລ Tatu - ສື່ສັງຄົມອອນລາຍສຽງທຳອິດຂອງຫວຽດນາມ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາເຫດການຕອບສະໜອງວັນຫັນປ່ຽນດີຈີຕອນແຫ່ງຊາດ. ນີ້ແມ່ນຜົນງານທີ່ຕັ້ງໜ້າຂອງການຫັນປ່ຽນດີຈີຕອນໃນຂົງເຂດກະຈາຍສຽງ, ບໍ່ພຽງແຕ່ຫັນປ່ຽນການເຄື່ອນໄຫວຂອງວິທະຍຸກະຈາຍສຽງເທື່ອລະກ້າວເທົ່ານັ້ນ, ຫາກຍັງໝັ້ນໝາຍຈະນຳຫຼາຍຄຸນຄ່າມາໃຫ້ຜູ້ນຳໃຊ້ກວ່າອີກ.

ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານ ຫງວຽນຮຸຍຢູງ ເຊື່ອໝັ້ນວ່າ ນັບມື້ນັບມີພື້ນຖານເຕັກໂນໂລຢີດີຈີຕອນ make in ຫວຽດນາມ ກວ່າອີກ. ກະຊວງຖະແຫຼງຂ່າວ ແລະສື່ສານ ໃຫ້ຄໍາໝັ້ນສັນຍາວ່າຈະຮ່ວມເດີນທາງພ້ອມກັບບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ ແລະປະຊາຄົມ ເພື່ອນໍາບັນດາຜະລິດຕະພັນບໍລິການດີຈີຕອນທີ່ດີເດັ່ນມາໃຫ້ປະຊາຊົນ.

ທີ່ລາຍການ, ຄະນະຈັດຕັ້ງປຸກລະດົມການແຂ່ງຂັນ “Talk to all - Talk to you”.

ໂດຍ: ໄຊນີດາ