ຕາມຂໍ້ຕົກລົງ, ສອງຝ່າຍຈະສົມທົບກັນຈັດຕັ້ງການເຄື່ອນໄຫວຖະແຫຼງຂ່າວ, ໂຄສະນາ, ແນະນໍາບັນດາຜົນງານວິທະຍາສາດເຕັກນິກ ແລະກົນໄກ, ນະໂຍບາຍຕ່າງໆ ເພື່ອໜູນຊ່ວຍບັນດາອົງການຈັດຕັ້ງ, ວິສາຫະກິດ, ບຸກຄົນເຂົ້າຮ່ວມຄົ້ນຄວ້າ, ຖ່າຍທອດ, ນໍາໃຊ້ວິທະຍາສາດເຕັກໂນໂລຢີ. ພ້ອມທັງເຊື່ອມຕໍ່ການສະໜອງ ແລະຄວາມຕ້ອງການເຕັກໂນໂລຢີໃຫ້ແກ່ບັນດາອົງການຈັດຕັ້ງ, ບຸກຄົນທີ່ມີຄວາມຕ້ອງການ; ເຊື່ອມຕໍ່ການຮ່ວມມືກັບບັນດາກຸ່ມບໍລິສັດ, ອົງການ, ວິສາຫະກິດຢູ່ພາຍໃນປະເທດ ແລະສາກົນໃນການເຄື່ອນໄຫວຄົ້ນຄວ້າ, ຖ່າຍທອດ, ປ່ຽນແປງໃໝ່ ແລະນໍາເຂົ້າເຕັກໂນໂລຢີທີ່ສອງຝ່າຍມີທ່າແຮງ.

leftcenterrightdel
ສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ (NIC) ກັບສະໂມສອນວິທະຍາສາດ ແລະເຕັກໂນໂລຢີບັນດາມະຫາວິທະຍາໄລເຕັກນິກລົງນາມຂໍ້ຕົກລົງຮ່ວມມື. ພາບ: ແອງຮວ່ຽນ.

ທ່ານພົນໂທ ເຈິ່ນກວກຕໍ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ຕີລາຄາວ່າ ນີ້ແມ່ນຮູບແບບໃໝ່, ແມ່ນຂໍ້ລິເລີ່ມທີ່ດີ, ມີຄວາມແທດຈິງ, ເຕົ້າໂຮມນັກຄົ້ນຄວ້າ, ນັກວິທະຍາສາດ ແຖວໜ້າຫຼາຍຄົນໃນຂົງເຂດວິທະຍາສາດ, ເຕັກໂນໂລຢີ, ເຕັກນິກ.

ຕາມທ່ານ ປອ ເຈິ່ນຢຸຍດົງ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ແລ້ວ, ການລົງນາມຂໍ້ຕົກລົງຮ່ວມມືລະຫວ່າງສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ ແລະສະໂມສອນວິທະຍາສາດ ແລະເຕັກໂນໂລຢີບັນດາມະຫາວິທະຍາໄລເຕັກນິກຈະແມ່ນປະຖົມປັດໃຈເພື່ອໃຫ້ສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ ແລະບັນດາມະຫາວິທະຍາໄລ, ສະຖາບັນສະມາຊິກຂອງສະໂມສອນ, ດ້ວຍທ່າແຮງກ່ຽວກັບວິທະຍາສາດ, ເຕັກໂນໂລຢີ, ເຕັກນິກຈະສົມທົບ, ໜູນຊ່ວຍເຊິ່ງກັນແລະກັນກ່ຽວກັບຂົງເຂດທີ່ມີທ່າແຮງ, ເພື່ອແນໃສ່ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ຖ່າຍທອດເຕັກໂນໂລຢີ, ພັດທະນາລະບົບນິເວດປ່ຽນແປງໃໝ່ປະດິດຄິດສ້າງ ແລະເລີ່ມທຸລະກິດ.

ໂດຍ: ຈາງຫງວຽນ