ລາຍການມອບທຶນການສຶກສາໂດຍບໍລິສັດໃຫຍ່ທ່ອງທ່ຽວໄຊງ່ອນ (Saigontourist Group) ສົມທົບກັບສະມາຄົມອຸປະກາລະຄົນເຈັບທີ່ທຸກຍາກຢູ່ນະຄອນໂຮ່ຈີມິນ ພ້ອມກັບອໍານາດການປົກຄອງບັນດາທ້ອງຖິ່ນດໍາເນີນການມອບທຶນການສຶກສາໃຫ້ພວກນ້ອງເຍົາວະຊົນ, ນັກຮຽນທີ່ປະສົບຄວາມຫຍຸ້ງຍາກເປັນພິເສດ, ນັກຮຽນກໍາພ້າພໍ່ແມ່ຍ້ອນພະຍາດໂຄວິດ-19 ຜ່ານມາຢູ່ບັນດາທ້ອງຖິ່ນທາງພາກໃຕ້. ທີ່ລາຍການ, ຄະນະຈັດຕັ້ງໄດ້ມອບທຶນການສຶກສາ 100 ທຶນ (ທຶນລະ 4 ລ້ານດົ່ງ) ໃຫ້ພວກນ້ອງນັກຮຽນຢູ່ນະຄອນໂຮ່ຈີມິນ.

leftcenterrightdel
ຄະນະຈັດຕັ້ງມອບທຶນການສຶກສາໃຫ້ພວກນ້ອງນັກຮຽນທີ່ປະສົບຄວາມຫຍຸ້ງຍາກ, ກໍາພ້າພໍ່ແມ່ ຍ້ອນພະຍາດໂຄວິດ-19 ຢູ່ນະຄອນໂຮ່ຈີມິນ. ພາບ: ຮຸ່ງຄວາ.

ກ່ອນທີ່ຈະມອບຢູ່ນະຄອນໂຮ່ຈີມິນ, ຄະນະຈັດຕັ້ງລາຍການ Saigontourist Group ເພື່ອວົງຄະນະຍາດຊຸມຊົນປີ 2022 ໄດ້ມອບທຶນການສຶກສາ 300 ທຶນ (ທຶນລະ 1 ລ້ານດົ່ງ) ຢູ່ເມືອງຢົ່ງຈົມ, ແຂວງເບັນແຈ ແລະ  300 ທຶນ (ທຶນລະ 1 ລ້ານດົ່ງ) ຢູ່ເມືອງງໍ່ເຢົ່າ, ແຂວງໄຕນິງ. ລວມຍອດມູນຄ່າທຶນການສຶກສາທັງໝົດຢູ່ສາມທ້ອງຖິ່ນແມ່ນ 1 ຕື້ດົ່ງ ຈຳນວນເງິນນີ້ແມ່ນໄດ້ມາຈາກການຂົນຂວາຍອຸປະຖໍາຈັດການແຂ່ງຂັນ Golf Saigontourist Group ເພື່ອວົງຄະນະຍາດຊຸມຊົນ ຄັ້ງທີ 16 ປີ 2022.

ທຶນການສຶກສາ Saigontourist Group ເພື່ອວົງຄະນະຍາດຊຸມຊົນ ປີ 2022 ຈຳນວນ 700 ທຶນທີ່ໄດ້ມອບໃນຕົ້ນສົກຮຽນ 2022-2023 ໄດ້ປະກອບສ່ວນປຸກລະດົມຈິດໃຈ, ເພີ່ມກຳລັງແຮງໃຫ້ນັກຮຽນທີ່ທຸກຍາກແຕ່ມັກຮຽນ, ກໍາພ້າພໍ່ແມ່ຍ້ອນພະຍາດໂຄວິດ-19 ມີໂອກາດໄດ້ໄປໂຮງຮຽນຢ່າງທັນການ, ບໍ່ຂາດໂຮງຮຽນ. ຄະນະຈັດຕັ້ງລາຍການ Saigontourist Group ເພື່ອວົງຄະນະຍາດຊຸມຊົນໄດ້ສົມທົບຢ່າງແໜ້ນແຟ້ນກັບສະມາຄົມອຸປະກາລະຄົນເຈັບທີ່ທຸກຍາກນະຄອນໂຮ່ຈີມິນ ພ້ອມກັບອໍານາດການປົກຄອງບັນດາທ້ອງຖິ່ນດໍາເນີນສ້າງບັນຊີລາຍຊື່, ຄັດເລືອກເອົາເປົ້າໝາຍນັກຮຽນທີ່ໄດ້ຮັບທຶນການສຶກສາຢ່າງລະອຽດເພື່ອໃຫ້ລາຍການເສີມຂະຫຍາຍຄວາມໝາຍ, ນໍາເອົາຜົນປະໂຫຍດດີທີ່ສຸດມາໃຫ້ວົງຄະນະຍາດຊຸມຊົນ.

ໂດຍ: ຈາງຫງວຽນ