leftcenterrightdel
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vov.vn

ໂດຍຮັບຮູ້ບັນດາໝາກຜົນທີ່ບັນລຸໄດ້ໃນວິວັດການຜັນຂະຫຍາຍສອງແຜນຮ່າງໃນໄລຍະ 1, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ: ຜ່ານ 5 ປີແຫ່ງການຜັນຂະຫຍາຍ, 2 ແຜນຮ່າງໄດ້ຊ່ວຍໃຫ້ສະມາຄົມແມ່ຍິງທຸກຂັ້ນ ແລະບັນດາຂະແໜງການກ່ຽວຂ້ອງແກ້ໄຂຄາດໝາຍໂຄສະນາ, ຂົນຂວາຍ, ໜູນຊ່ວຍແມ່ຍິງເຂົ້າຮ່ວມການແກ້ໄຂບາງບັນຫາສັງຄົມກ່ຽວຂ້ອງເຖິງແມ່ຍິງເທື່ອລະກ້າວ; ແຜ່ຂະຫຍາຍນ້ຳໃຈປະເທດຊາດເລີ່ມດໍາເນີນທຸລະກິດເຖິງແມ່ຍິງໃນທຸກເກນອາຍຸ, ຂຶ້ນກັບຫຼາຍຂະແໜງການ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃສ່ໃຈວ່າ: ໄລຍະຈະມາເຖິງ, ສະມາຄົມແມ່ຍິງທຸກຂັ້ນຕ້ອງເອົາໃຈເຖິງກຸ່ມແມ່ຍິງທີ່ປະສົບກັບຄວາມຫຍຸ້ງຍາກ, ຢູ່ເຂດຫ່າງໄກສອກຫຼີກ, ຮັບປະກັນໃຫ້ເຂົາເຈົ້າໄດ້ສຳຜັດກັບບັນດາເນື້ອໃນໄດ້ໂຄສະນາ. ສຳລັບແຜນຮ່າງໜູນຊ່ວຍແມ່ຍິງເລີ່ມດໍາເນີນທຸລະກິດ ຕ້ອງສືບຕໍ່ຜັນຂະຫຍາຍບັນດາຮູບແບບມີປະສິດທິຜົນ, ພ້ອມທັງເຊື່ອມຕໍ່ປະຊາຄົມແມ່ຍິງເລີ່ມດໍາເນີນທຸລະກິດ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ