ເປັນເຈົ້າການແມ່ນສຳຄັນກວ່າໝູ່

ນັ້ນແມ່ນຄຳຢັ້ງຢືນຂອງສະຫາຍພົນຕີ ທ໊າຍດ້າຍງອັກ, ກຳມະການສູນກາງພັກ, ຜູ້ບັນຊາການທະຫານເຂດ 5 ໃນການຊີ້ນຳ, ຜັນຂະຫຍາຍວຽກງານປ້ອງກັນ, ຕ້ານພາຍຸລູກທີ 4. ປະຕິບັດຕາມການຊີ້ນຳຂອງກະຊວງປ້ອງກັນປະເທດ, ກອງບັນຊາການທະຫານເຂດ 5 ໄດ້ຊີ້ນຳບັນດາອົງການ, ກົມກອງຜັນຂະຫຍາຍວຽກງານຢ່າງຮອບດ້ານ, ກຽມພ້ອມຮັບຄຳສັ່ງເດີນທາງໄປກູ້ຊ່ວຍປະຊາຊົນ... ຕາມນັ້ນແລ້ວ, ບັນດາກົມກອງກຳລັງປະກອບອາວຸດເພີ່ມທະວີການປະຈຳການ 24/24 ຊົ່ວໂມງ, ຕິດຕາມການຜັນແປຂອງພາຍຸລູກທີ 4 ແລະສະພາບຜົນຕົກນ້ຳຖ້ວມຢູ່ໃນບໍລິເວນ; ກອງບັນຊາການທະຫານບັນດາແຂວງ, ນະຄອນໄດ້ເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຍົກຍ້າຍປະຊາຊົນອອກຈາກເຂດພາຍຸ ຈະພັດເຂົ້າ, ເຂດທີ່ອາດຈະເກີດດິນເຊາະເຈື່ອນ, ນ້ຳແກ່ງຖ້ວມ ແລະເຂດຕອນໃຕ້ຂອງບັນດາອ່າງຊົນລະປະທານ, ເຂື່ອນໄຟຟ້າ ໄປຍັງບ່ອນປອດໄພ. ກອງບັນຊາການທະຫານ 7 ແຂວງ, ນະຄອນແຄມທະເລສົມທົບກັບບັນດາກົມກອງຂອງທະຫານເຂດ ແລະກະຊວງປ້ອງກັນປະເທດ ທີ່ຕັ້ງທັບຢູ່ໃນບໍລິເວນດຳເນີນການກວດກາຢ່າງຮີບດ່ວນ, ກຳແໜ້ນສະຖານະການຢູ່ບັນດາເຂດຈຸດສຸມ, ວາງແຜນກຽມພ້ອມຮັບມື, ຍົກຍ້າຍປະຊາຊົນໄປຍັງບ່ອນປອດໄພ. ບັນດາແຂວງໄຕງວຽນ  ລະວັງຕໍ່ການຜັນແປຂອງອາກາດທີ່ຍາກຈະຄາດຄະເນລ່ວງໜ້າໄດ້, ປະສານສົມທົບກັບບັນດາກົມກອງຂອງກອງທັບເພື່ອກະກຽມກຳລັງ, ພາຫະນະເພື່ອຮັບມືກັບລົມໃຕ້ຝຸ່ນ, ນ້ຳແກ່ງ, ດິນເຊາະເຈື່ອນ.

leftcenterrightdel
ຄ້າຍທະຫານຊາຍແດນກູ່ລາວຈ່າມ (ທະຫານຊາຍແດນແຂວງກວາງນາມ) ຊ່ວຍຊາວປະມົງຍ້າຍເຮືອຂຶ້ນຝັ່ງເພື່ອລີ້ພາຍຸ. ພາບ: qdnd.vn.

ທ່ານພົນຈັດຕະວາ ກາວຟິຮຸ່ງ, ຮອງຜູ້ບັນຊາການທະຫານເຂດ 5 ໃຫ້ຮູ້ວ່າ “ກອງບັນຊາການທະຫານເຂດ 5 ໄດ້ມີເອກະສານຮຽກຮ້ອງບັນດາອົງການ, ກົມກອງ ຮັກສາລະບອບປະຈຳການ, ປະຈຳການສູ້ຮົບ, ປະຈຳການບັນຊາ, ປະຈຳການປ້ອງກັນ ແລະຕ້ານໄພທຳມະ ຊາດຢູ່ທຸກຂັ້ນ, ພ້ອມທັງດຳເນີນການກວດກາ, ກວດກາຄືນ, ປັບປຸງບັນດາວິທີການປ້ອງກັນ ແລະຕ້ານພາຍຸ, ນ້ຳຖ້ວມ. ຕັ້ງໜ້າຜັນຂະຫຍາຍການປະຕິບັດບັນດາມາດຕະການຮັບປະກັນຄວາມປອດໄພສາງ, ຄ້າຍ, ເຂດເຕັກນິກ, ພາຫະນະ, ກິດຈະການສູ້ຮົບ; ກວດກາ ແລະຮັບປະກັນສະພາບການດ້ານເຕັກນິກຂອງພາຫະນະ, ວັດຖຸອຸປະກອນຮັບໃຊ້ການປະຕິບັດໜ້າທີ່. ເມື່ອມີກໍລະນີເກີດຂຶ້ນຕ້ອງເປັນເຈົ້າການເປັນເສນາທິການ, ໜູນຊ່ວຍອຳນາດການປົກຄອງທ້ອງຖິ່ນປະຕິບັດບັນດາມາດຕະການຮັບມື, ປະຕິບັດ “4 ກັບທີ່”, ແກ້ໄຂກໍລະນີໄພທຳມະຊາດເກີດຂຶ້ນ.

ພ້ອມແລ້ວທີ່ຈະ “ຮັບມື”

ເພື່ອຊີ້ນຳກຳລັງປະກອບອາວຸດຊ່ວຍປະຊາຊົນຮັບມື ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນ້ຳຖ້ວມໂດຍທັນທີ່, ຄະນະຊີ້ນຳການປ້ອງກັນ, ຕ້ານພາຍຸນ້ຳຖ້ວມ, ຊອກຫາກູ້ຊີບກູ້ໄພ, ທະຫານເຂດ 5 ໄດ້ຜັນຂະຫຍາຍກອງບັນຊາສຳຮອງໃນການປ້ອງກັນ, ຕ້ານພາຍຸນ້ຳຖ້ວມຢູ່ກອງພົນ 315 (ເມືອງນຸ໊ຍແທັ່ງ, ແຂວງກວາງນາມ) ກຽມພ້ອມເຄື່ອນຍ້າຍເຂົ້າພາກໃຕ້. ທ່ານພົນຈັດຕະວາ ກາວຟິຮຸ່ງ ພ້ອມກັບຜູ້ບັນຊາການບັນດາອົງການຂອງທະຫານເຂດ 5 ແລະຫ້ອງວິຊາການດຳເນີນການກວດກາວຽກງານປ້ອງກັນ, ຕ້ານພາຍຸນ້ຳຖ້ວມ, ຊອກຫາກູ້ຊີບກູ້ໄພ ຢູ່ໃນບໍລິເວນແຂວງກວາງນາມ, ກວາງຫງາຍ ແລະນະຄອນດ່ານັ້ງ.

leftcenterrightdel
ກຳລັງປະກອບອາວຸດນະຄອນໂຮ້ຍອານ (ກວາງນາມ) ຊ່ວຍປະຊາຊົນຜູກມັດເຮືອນຊານ. ພາບ: qdnd.vn.

ຢູ່ຕາແສງເຕີນຫຽບ (ນະຄອນໂຮ້ຍອານ, ແຂວງກວາງນາມ), ໃນສອງວັນຜ່ານມາ, ພະນັກງານ, ນັກຮົບກອງພັນ 70 (ກອງບັນຊາການທະຫານແຂວງກວາງນາມ) ໄດ້ມີໜ້າຢູ່ທ່າເຮືອ, ບັນດາເຂດພາຍຸຈະພັດເຂົ້າເພື່ອໜູນຊ່ວຍປະຊາຊົນຜັນຂະຫຍາຍວິທີການປ້ອງກັນ, ຕ້ານພາຍຸ. ກົມກອງໄດ້ກະກຽມ, ຜັກ, ໝາກໄມ້, ສະບຽງອາຫານສົດ, ພ້ອມແລ້ວທີ່ຈະໜູນຊ່ວຍພໍ່ແມ່ປະຊາຊົນຢູ່ເກາະໃນສະພາບພາຍຸພັດເຂົ້າ.

ຢູ່ເມືອງຫຼີ໊ເຊີນ (ແຂວງກວາງຫງາຍ), ພະນັກງານ, ນັກຮົບກອງບັນຊາການທະຫານເມືອງ ໄດ້ສົມທົບກັບບັນດາກຳລັງຊ່ວຍບັນດາໂຮງຮຽນຍົກຍ້າຍຊັບສິນ, ອຸປະກອນການຮຽນ, ປັບປຸງຫຼັງຄາໃຫ້ແໜ້ນ. ກົມກອງໄດ້ກະກຽມບ່ອນກິນບ່ອນຢູ່, ພ້ອມແລ້ວທີ່ຈະຕ້ອນຮັບ ແລະເບິ່ງແຍງດູແລປະຊາຊົນມາລີ້ໄພຢູ່ຄ້າຍທະຫານຂອງບັນດາໝວດ, ໝູ່.

ທະຫານຊາຍແດນແຂວງກວາງຫງາຍ ກໍ່ໄດ້ຕັ້ງໜ້າຮຽກຮ້ອງກຳປັ່ນ ແລະເຮືອຈຳນວນ 5.600 ລໍາ ແລະຊາວປະມົງເກືອບ 35.000 ຄົນ ຊອກຫາບ່ອນລີ້ພາຍຸ, ຍ້າຍເຮືອເຖິງບ່ອນປອດໄພ.

leftcenterrightdel
ຄ້າຍທະຫານກູ່ລາວຈ່າມ (ທະຫານຊາຍແດນແຂວງກວາງນາມ) ຊ່ວຍຍ້າຍເຮືອເຖິງບ່ອນປອດໄພ. ພາບ: qdnd.vn.

ທະຫານຊາຍແດນນະຄອນດ່ານັ້ງ ໄດ້ຕິດຕໍ່ ແລະແນະນຳເຮືອຫາປາຈຳນວນ 83 ລຳ ທີ່ພວມເຄື່ອນໄຫວຢູ່ທະເລຊອກຫາບ່ອນລີ້ພາຍຸ. ຢູ່ດິນຕໍ່ແຜ່ນ, ກຳລັງທະຫານຊາຍແດນນະຄອນ ເພີ່ມທະວີການລາດຕະເວນ, ໜູນຊ່ວຍຜູກມັດເຮືອຫາປາ, ຮັບປະກັນຄວາມປອດໄພເມື່ອ ພາຍຸພັດເຂົ້າ.

ຕໍ່ໜ້າການຜັນແປຢ່າງສັບສົນຂອງພາຍຸລູກທີ 4, ກອງບັນຊາການຕຳຫຼວດທະເລເຂດ 2 ໄດ້ສ້າງຕ້ັງ 6 ໜ່ວຍປ້ອງກັນ, ຕ້ານ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ ແລະຊອກຫາ, ກູ້ຊີບກູ້ໄພດ້ວຍຈຳນວນພະນັກງານ, ນັກຮົບເກືອບ 100 ຄົນ. ແລະລົດໂອໂຕປະເພດຕ່າງໆຈຳນວນ 13 ຄັນ ຢູ່ບັນດາອົງການກອງບັນຊາການເຂດ, ກອງທະຫານເຮືອ 21, ກອງເຮືອ 202, ກອງເຮືອ 23 ແລະຄ້າຍ 2 ຕຳຫຼວດທະ ເລຢູ່ເກາະຫຼີ໊ເຊີນ, ກຳລັງກຳປັ່ນ, ເຮືອຂອງກົມກອງພ້ອມແລ້ວທີ່ຈະເຂົ້າຮ່ວມການປ້ອງກັນ, ຕ້ານພາຍຸ, ກູ້ຊີບກູ້ໄພ.

ກຳລັງປະກອບອາວຸດທະຫານເຂດ 5 ແລະບັນດາກົມກອງກອງທັບທີ່ຕັ້ງທັບຢູ່ໃນບໍລິເວນ, ພ້ອມກັບອຳນາດການປົກຄອງ, ປະຊາຊົນຢູ່ບັນດາແຂວງແຄມທະເລຂອງພາກກາງ ພ້ອມແລ້ວທີ່ຈະຮັບມືກັບພາຍຸລູກທີ 4 ເພື່ອຈຳກັດຜົນເສຍຫາຍຈາກພາຍຸໃຫ້ຢູ່ໃນລະດັບຕ່ຳສຸດ...

ໂດຍ: ແສງເດືອນ